ກຽມໄວ້ປະຕິບັດ! ໃນມື້ບຸນເດືອນ 3 ອອກໃໝ່ 3 ຄໍ່າ ເສີມມຸງຄຸນຊີວິດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກຽມໄວ້ປະຕິບັດ! ໃນມື້ບຸນເດືອນ 3 ອອກໃໝ່ 3 ຄໍ່າ ເສີມມຸງຄຸນຊີວິດ

ປະເພນີເດືອນ 3 ອອກໃໝ່ 3 ຄໍ່າ ຖືວ່າເປັນມື້ສັນວັນດີ ສີ ລິມຸງຄຸນ ແລະ ຖືວ່າເປັນມື້ທີ່ຂວັນຂອງທຸກສິ່ງທຸກຢ່າງ ແຂງທີ່ສຸດ ເຊີ່ງບັນພະບູລຸດລາວເຮົາ ໄດ້ປະຕິບັດສືບ ທອດກັນມາ. ໂດຍຊື່ເອີ້ນຂອງບຸນນີ້ ແມ່ນຈະມີຄວາມ ແຕກຕ່າງກັນໄປໃນແຕ່ລະທ້ອງຖີ່ນ ເປັນຕົ້ນແມ່ນ: ບຸນ ເບີກຟ້າ, ບຸນຄູນຂວັນເຂົ້າ, ບຸນຄູນລານເຂົ້າ ແລະ ອື່ນໆ

ບຸນດັ່ງກ່າວ, ຖືວ່າເປັນບຸນແຫ່ງຄວາມອຸດົມສົມບູນທີ່ສຸດ ຂອງປີ ເພາະຫຼັງຈາກເກັບກ່ຽວເຂົ້າແລ້ວ ຈະມີການເອົາ ເຂົ້າຂຶ້ນເລົ້າ ຖືວ່າສຳເລັດການເຮັດນາປະຈໍາລະດູນັ້ນ

ຄວາມເຊື່ອໃນບຸນເດືອນ 3 ອອກໃໝ່ 3 ຄ່ຳນີ້ ເຊື່ອກັນວ່າ

ມີປະກົດການມະຫັດສະຈັນເກີດຂຶ້ນ 3 ປະການຄື: ກົບບໍ່ມີປາກ, ນາກບໍ່ຮູ້ຂີ້, ໝາກຂ້າມປ້ອມມີລົດຊາດຫວານ

ແລະ ຍັງເຊື່ອກັນວ່າ ເປັນມື້ທີ່ຟ້າເປີດ ເປັນເດືອນທີ່ມີຟ້າ ຮ້ອງ ເປັນຄັ້ງທຳອິດຂອງປີ ແລະ ຖ້າປີໃດ ທີ່ມີຝົນຕົກ ຫຼື ຟ້າຮ້ອງ ໃນມື້ດັ່ງກ່າວ ກໍ່ຖືວ່າປີນັ້ນຈະມີຜົນຜະລິດດີ

ໂດຍຜູ້ເຖົ້າຜູ້ແກ່ໄດ້ພາກັນເອົາໂຊກເອົາໝານເຂົ້າເຮືອນ ໃນມື້ດັ່ງກ່າວນີ້ໂດຍການປະຕິບັດດັ່ງນີ້: ມີການສູ່ຂວັນ ເຂົ້າ, ສູ່ຂວັນ ງົວ / ຄວາຍ, ສູ່ຂັວນບຸກຄົນ, ສູ່ຂວັນຂຶ້ນ ບ້ານໃໝ່ ຫຼື ເຮັດບຸນເຮືອນເພື່ອເປັນສິຣິມຸງຄຸນ, ເປີດ ປະຕູເຮືອນ, ນຳຝ້າຍມາມັດລົດ ແລະ ເຮືອນ ແລະ ເຮັດ ບຸນດ້ວຍເຂົ້າຈີ່ ຫຼື ບຸນເຂົ້າຈີ່

ສຳລັບເຄື່ອງບາສີສູ່ຂວັນປະກອບມີ: ເຂົ້າສານໃສ່ຖ້ວຍ ໂຖ, ຕິບເຂົ້າໜຽວ, ໄຂ່, ກ້ວຍ, ເຜືອກ, ມັນ, ອ້ອຍ, ນໍ້າຫອມ, ໃບຍໍ, ໃບຄູນ, ຂີ້ໜີ້ນ, ສີ້ນຜືນ ແພວາ, ເຫຼົ້າ ຂາວ, ນ້ຳດື່ມ, ໄກ່ຕົ້ມ, ຄຳໝາກກອກຢາ, ແຕ່ງໃສ່ພາ ເຂົ້າ. ພ້ອມກ່າວຄໍາທີ່ເປັນມຸງຄຸນດັ່ງນີ້ “ມື້ນີ້ເປັນມື້ສັນວັນ ດີມື້ສີວັນຊອບ ເປັນກິນບໍ່ບົກ ຈົກບໍ່ລົງ ຂໍໃຫ້ປີນີ້ໄດ້ເຂົ້າ ເຕັມເລົ່າ ບໍ່ອຶດຢູ່ອຶດກິນ, ຫາເງິນໃຫ້ໄດ້ເງິນເຕັມຖັງ ຄືຖັງ ເຂົ້າ ແລ້ວກໍ່ນຳເຄື່ອງບາສີໄປວ່າງໄປໃນເລົ່າເຂົ້າ ຫຼື ຄົນ ໃນເມືອງ ກໍ່ນຳໄປວາງໄວໃນຖັງເຂົ້າສານ (ສຳລັບການສູ່ຂວັນເຂົ້າ)

ການສູ່ຂວັນງົວຄວາຍນັ້ນ ປະຕິບັດດັ່ງນີ້: ພາຍຫຼັງ ນໍາເຄື່ອງບາສີສູ່ຂວັນ ວາງໄປໄວ້ແລ້ວ ກໍນຳເອົາຝ້າຍທີ່ ຕຽມໄປມັດຂາ ຫຼື ເຊືອກທີ່ຜູກ ງົວຄວາຍ ພ້ອມກ່າວ: ຂໍ ໃຫ້ງົວຄວາຍ ສຸຂະພາບແຂງແຮງ ພ້ອມສູ້ພ້ອມຊົນວຽກ ໄຮ່ການນາ ແລະ ອອກແມ່ແຜ່ລູກ.

ການສູ່ຂວັນບຸກຄົນທີ່ປະສົບເຄາະຮ້າຍຜ່ານມາໃຫ້ເຊົ່າ ເຈັບໄຂ້ ແລະ ມີສຸຂະພາບແຂງແຮງ, ສູ່ຂວັນຄົນທີ່ກັບ ມາຈາກທາງໄກໃຫ້ປອດໄພໄປມາເງິນເຕັມຖົງ, ສູ່ຂວັນ ລູກຫຼານເອົາຜົວເມຍ ຫຼື ເກີດລູກໄໝ່ ໃຫ້ມີສຸຂະພາບ ແຂງແຮງ ໃຫຍ່ສູງ ສະຫຼາດ ແລະ ລຳລວຍມີຄວາມສຸກ

ການສູ່ຂວັນເຮືອນ ແລະ ລົດ ດ້ວຍການນຳເຄື່ອງບາສີ ສູ່ ຂວັນມາຕັ້ງໄວ້ໜ້າບ້ານແຕ່ເຊົ້າມືດ (ຖ້າມີເງື່ອນໄຂ ຈັດງານພິທີ່ບາສີ ກໍເຮັດແບບລຽບງ່າຍ), ສູ່ຂວັນລົດ ທີ່ ໃຊ້ທຳມາຫາກິນ ໃຊ້ເດີ່ນທາງ ປະຈຳດ້ວຍການແຕ່ງຂັນ ຫ້າພ້ອມຄຳໝາກກອກຢາ ວາງໄວ້ໜ້າລົດ ພ້ອມກ່າວ ຄຳ ໃຫ້ລົດຄັນນີ້ຈົ່ງເປັນລົດໂຊກລົດໄຊ ໄປເຮັດວຽກ ຄ້າຂາຍ ຢູ່ໃສ່ກໍຂໍໃຫ້ລຳລວຍ, ເດີ່ນທາງປອດໄພໄປກັບ ບໍໃຫ້ລົດເຟ້ໃນການເດີ່ນທາງ ຫຼື ຈອດໄວ້

ສຳລັບປີນີ້, ແມ່ນກົງກັບວັນທີ 4 ກຸມພາ 2022 ຂຶ້ນ 3 ຄໍ່າ ເດືອນ 3

Related Posts

Leave a Reply

Your email address will not be published. Required fields are marked *