Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຢ່າຫຼົງເຊື່ອຂ່າວປອມ! ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງມາຍັງທ່ານຊາບວ່າ:
ປະຈຸບັນ, ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟ, ຂໍ້ມູນທີ່ເອົາມາອ້າງວ່າຕົນເປັນຕົວແທນຂາຍປີ້ ແລະ ລາຄາປີ້ຕ່າງໆທີ່ໂພສໃນເຟສບຸກ ຫຼື ສື່ສັງຄົມອອນລາຍອື່ນໆ ແມ່ນຕ່າງກໍບໍ່ທັນໄດ້ຮັບອະນຸຍາດຈາກບໍລິສັດທັງໝົດ, ເຊິ່ງຖືວ່າເປັນການກະທຳທີ່ຜິດຕໍ່ລະບຽບກົດໝາຍ.

ຂໍຄວາມຊ່ວຍເຫຼືອນຳໝູ່ເພື່ອນ ແລະ ພີ່ນ້ອງປະຊາຊົນທຸກໆຄົນຊ່ວຍແຊກັນຕໍ່ໆ, ຮ່ວມກັນຢຸດຕິການຂາຍປີ້ທີ່ບໍ່ຖືກຕ້ອງນີ້, ພ້ອມທັງຂໍໃຫ້ທຸກຄົນຊື້ປີ້ຜ່ານຊ່ອງທາງທີ່ຖືກຕ້ອງຢູ່ທຸກສະຖານີເທົ່ານັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ຖືກຕ໋ວະ.
ພ້ອມດຽວກັນນີ້, ບໍລິສັດທາງລົດໄຟລາວ-ຈີນ ຈະເພີ່ມທະວີການຮ່ວມມືກັບບັນດາກະຊວງກົມກອງຂອງລັດຖະບານ, ເພື່ອຊຸກຍູ້ການເພີ່ມທະວີການລົງໂທດບັນດາບໍລິສັດ ຫຼື ບຸກຄົນ ທີ່ຂາຍປີ້ຜິດກົດໝາຍ ກໍຄືຜູ້ທີ່ສວຍໂອກາດກັກຕຸນປີ້ໂດຍສານ, ມີນາຍໜ້າຈອງໄວ້ ເພື່ອຂາຍປີ້ເກງກຳໄລ.

ຖ້າພີ່ນ້ອງປະຊາຊົນພົບເຫັນການກະທຳທີ່ຜິດຕໍ່ກົດໝາຍ ອັນສ້າງຄວາມເສຍຫາຍຕໍ່ພາບພົດຂອງທາງລົດໄຟລາວ-ຈີນ ແລະ ຜົນປະໂຫຍດຂອງປະຊາຊົນ, ຂໍໃຫ້ທຸກຄົນແຈ້ງມາຍັງບໍລິສັດທາງລົດໄຟລາວ-ຈີນ ຫຼື ແຈ້ງເຈົ້າໜ້າທີ່ຕຳຫຼວດໂດຍດ່ວນ

ຂໍຂອບໃຈທ່ານຜູ້ໂດຍສານ ແລະ ພີ່ນ້ອງປະຊາຊົນທຸກຄົນທີໃຫ້ການສະຫນັບສະຫນູນທາງລົດໄຟລາວ-ຈີນ!

#LCR
#ລົດໄຟລາວຈີນ