Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພົບຢາບ້າ 886.000 ເມັດ ຊຸກເຊື່ອງໄວ້ແຄມປ່າ ເຂດບ້ານໂພນຄໍ້-ນາກຸງ ເມືອງໄຊທານີ
ໃນວັນທີ 1 ມັງກອນ 2022 ເວລາປະມານ 16:00 ໂມງ ໄດ້ມີເດັກນ້ອຍຊາຍ ຈໍານວນ 3 ຄົນ ໄດ້ພາກັນໄປເລາະຫຼີ້ນ ບັງເອີນໄປພົບເຫັນເປົ່າເຄື່ອງຖິ້ມປະໄວ້ຢູ່ແຄມປ່າ
ເຂດຊາຍແດນລະຫວ່າງບ້ານໂພນຄໍ້ ຫາ ບ້ານນາກຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລ້ວໄດ້ເອົາໄມ້ແທງເບິ່ງ ພົບເຫັນຢາເມັດສີບົວຄ້າຍຄືກັບຢາບ້າ ຈຶ່ງພາກັນແລ່ນອອກມາບອກຜູ້ເປັນແມ່ຢູ່ເຮືອນໃຫ້ໄປເບິ່ງ, ກ່ອນແຈ້ງ ເຈົ້າໜ້າທີ່ ປກສ ກຸ່ມຫາດກ້ຽງ ເຂົ້າກວດກາ ພົບຢາບ້າ ຈໍານວນ 886.000 ເມັດ.
ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງ ແມ່ຂອງເດັກນ້ອຍ ທັງ 3 ຄົນ ທີ່ພົບເຫັນເປົາດັ່ງກ່າວວ່າຄ້າຍຄືຢາບ້າ ຈຶ່ງໂທປະສານຫາອົງການປົກຄອງບ້ານໃຫ້ເຂົ້າມາກວດກາເບິ່ງ ພົບເຫັນເປົາຂາວຈໍານວນຫຼາຍເປົາ
ທີ່ຊຸກເຊື່ອງໄວ້ຢູ່ເຄມປ່າເຂດຊາຍແດນລະຫວ່າງບ້ານໂພນຄໍ້ ຫາ ບ້ານນາກຸງ ແລະ ໄດ້ພົບເຫັນຊາວໜຸ່ມ 3 ຄົນ ບໍ່ຮູ້ຊື່ ທີ່ມາວົນວຽນ ຢູ່ເຂດນັ້ນ ແລ້ວການຈັດຕັ້ງບ້ານຈຶ່ງໄດ້ຢາງເຂົ້າໄປຫາຊາວໜຸ່ມດັ່ງກ່າວ ແຕ່ພວກເຂົາໄດ້ເອົາຕົວລົບໜີ.
ຫຼັງຈາກນັ້ນ, ການຈັດຕັ້ງບ້ານ ຈຶ່ງໄດ້ປະສານຫາ ປກສ ກຸ່ມ ເຂົ້າກວດກາພົບຢາບ້າຈໍານວນ 6 ເປົ່າ; ຈຶ່ງໄດ້ປະສານຫາ ກອງບັນຊາການ ປກສ ເມືອງ ເພື່ອລົງໄປກວດກາ; ຜ່ານການກວດກາ ພົບເຫັນ ຢາເສບບ້າ ຈຳ ນວນ 141 ແພກ ເທົ່າກັບ 423 ມັດ ແລະ ມີອີກຖົງ 60 ຖົງ ພ້ອມເປັນຫໍ່ອີກ 2 ຫໍ່ນ້ອຍ ລວມມີຢາບ້າທັງໝົດ 886.000 ເມັດ.
ປັດຈຸບັນ, ປກສ ກຸ່ມຫາດກ້ຽງ ໄດ້ມອບຢາເສບຕິດຈໍານວນດັ່ງກ່າວ ໃຫ້ໜ່ວຍງານຕ້ານແລະ ສະກັດກັ້ນຢາເສບຕິດ ປກສ ເມືອງໄຊທານີ ສືບຕໍ່ດຳ ເນີນຄະດີ