Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອົງການອະນາໄມໂລກ WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ.
ອົງການອະນາໄມໂລກ WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ສົ່ງຜົນຕໍ່ລະບົບການຫາຍໃຈສ່ວນເທິງ ຄືມີອາການເຈັບຄໍເທົ່ານັ້ນ,
ແຕ່ບໍ່ສົ່ງຜົນກະທົບທີ່ຮ້າຍແຮງແກ່ປອດ, ຈະບໍ່ເຮັດໃຫ້ປອດອັກເສບຢ່າງຮຸນແຮງ ຄືກັບສາຍພັນ ເດວຕ້າ, ເຖິງວ່າການລະບາດຈະໄວຫຼາຍກວ່າສາຍພັນ ເດວຕ້າ ກໍ່ຕາມ.

ອີກສາເຫດທີ່ເຮັດໃຫ້ຄົນປ່ວຍທີ່ຕິດເຊື້ອສາຍພັນໃໝ່ບໍ່ຮຸນແຮງ ກໍ່ຍ້ອນປະຊາຊົນສ່ວນຫຼາຍໄດ້ຮັບວັກຊີນ ມີພູມຄຸ້ມກັນທີ່ດີ, ມີລາຍງານຈຳນວນຜູ້ຕິດເຊື້ອສູງສຸດໃນຫຼາຍປະເທດເຊັ່ນອາເມລິກາ ແລະ ປະເທດອື່ນໆ

ແຕ່ຈຳນວນຜູ້ທີ່ມີອາການຮຸນແຮງ ແລະ ເສຍຊີວິດ ແມ່ນໜ້ອຍຫຼາຍຖ້າທຽບໃສ່ສາຍພັນ ເດວຕ້າ.
ຂໍ້ມູນ TNN