ຈັບຊາຍອິນໂດເນເຊຍ ຮັບຈ້າງຊັກວັກຊີນປ້ອງກັນໂຄວິດ-19ຄັ້ງລະ 6 ແສນກວ່າກີບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈັບຊາຍອິນໂດເນເຊຍ ຮັບຈ້າງຊັກວັກຊີນປ້ອງກັນໂຄວິດ-19ຄັ້ງລະ 6 ແສນກວ່າກີບ

ເວັບໄຊ້ເດລີເມລ ລາຍງານໃນວັນທີ 6 ມັງກອນ 2022 ເຖິງເລື່ອງລາວທີ່ຕຳຫຼວດອິນໂດເນເຊຍກຳລັງສືບສວນກໍລະນີຂອງ ນັກຮັບຈ້າງຊັກວັກຊີນ ເຊີ່ງອ້າງວ່າໄດ້ຄ່າຮັບຈາງງຄັ້ງລະ 40 ປອນ ຫຼື ປະມານ 6 ແສນກວ່າກີບຕໍ່ຄັ້ງແທນຄົນອື່ນ ເຊີ່ງຊາຍຄົນນີ້ມີຊື່ວ່າ ອັບດຸລ ຣາຮິມ ອາຍຸ 49 ປີ

ຈາກເມືອງປິນຣັງ ເກາະສຸລາເວສີໃຕ້ ປະເທດອິນໂດເນເຊຍ ເຜີຍແຜ່ວີດີໂອທີ່ອວດໂອ້ເລື່ອງລາວສຸດຕະລືງເຖິງການຮັບຈ້າງການຊັກວັກຊີນປ້ອງກັນໄວຣັສໂຄວິດ-19 ແທນຄົນອື່ນມາແລ້ວ 17 ເຂັມ ໃຫ້ກັບຜູ້ຕໍ່ຕ້ານການຊັກວັກຊີນສາມາດຮັບໃບຮັບຮອງການຊັກວັກຊີນ

ເຊີ່ງມີຄວາມຈຳເປັນຕ້ອງໃຊ້ໃນສະຖານທີ່ສາທາລະນະຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານກາເຟ ແລະ ສູນການຄ້າຕ່າງໆ ພ້ອມນັ້ນຍັງເປີດເຜີຍອີກວ່າລາວເຄີຍຮັບວັກຊີນຊິໂນແວກ, ແອສຕຮາເຊເນກ່າ 3 ເຂັ້ມພາຍໃນມື້້ດຽວ

ເຊິ່ງຕຳຫຼວດກຳລັງພິຈາລະນາຂໍ້ກ່າວຫາກັບທ້າວ ອັບດຸລ ຣາຮິມ ພ້ອມທັງຜູ້ວ່າຈ້າງພາຍໃຕ້ກົດໝາຍໂລກຕິດເຊື້ອຂອງປະເທດອິນໂດເນເຊຍ ໂດຍມີໂທດຈຳຄຸກ 1 ປີ ສຳລັບຜູ້ທີ່ຂັດຂວາງການດຳເນີນການຄວບຄຸມໂລກລະບາດ

🔺ຂ່າວອ້າງອີງຈາກ: ຂ່າວສົດ

Related Posts

Leave a Reply

Your email address will not be published. Required fields are marked *