ມາແລ້ວ! ທຶນການສຶກສາ ລັດຖະບານ ສປ.ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


🇨🇳 ຂ່າວດີ !!! ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ລັດຖະບານ ສປ.ຈີນ ໃຫ້ທຶນການສຶກສາແກ່ລັດຖະບານແຫ່ງ ສປປ ລາວ ປະຈໍາສົກປີ 2022-2023 ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ໂດຍເປີດຮັບສະໝັກຜູ້ທີ່ສົນໃຈໄປຮຽນທີ່ມະຫາວິທະຍາໄລແຫ່ງຕ່າງໆ ປະເທດ ສປ.ຈີນ, ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

⭕️ ເງື່ອນໄຂຂອງທຶນ:ຜູ້ໃຫ້ທຶນຮັບຜິດຊອບ: ຄ່າເດີນທາງໄປ-ກັບ ລະຫວ່າງປະເທດ, ຄ່າຮຽນ, ຄ່າທີ່ພັກ, ຄ່າປະກັນສຸຂະພາບ ແລະ ເບ້ຍລ້ຽງ.

⭕️ ເງື່ອນໄຂຂອງຜູ້ສະໝັກ:

  • ເປັນຄົນລາວຖືສັນຊາດລາວ.ມີສຸຂະພາບຮ່າງກາຍ ແລະ ຈິດໃຈທີ່ສົມບຸນ.ມີໜັງສືຮັບຮອງຈາກຫົວໜ້າ ຫຼື ອາຈານ 2 ສະບັບ( 2 Latters of Recommendation ) ສໍາລັບຜູ້ທີ່ສະນັກທຶນການສຶກສາລະດັບ ປະລິນຍາໂທ ແລະ ປະລິນຍາເອກ.

ຜູ້ສະໝັກຮຽນຫຼັກສູດພາສາຈີນ ຕ້ອງມີພື້ນຖານພາສາຈີນ ຫຼື ໃບຢັ້ງຢືນການສອບເສັງລະດັບພາສາຈີນ (HSK) ຄື:ປະລິນຍາຕີ HSK 3, ປະລິນຍາໂທ HSK 4 ແລະ ປະລິນຍາເອກ HSK 5 ຂຶ້ນໄປ.

ຜູ້ສະໝັກຮຽນຫຼັກສຸດພາສາອັງກິດຕ້ອງມີໃບປະກາດ ຫຼື ໃບຢັ້ງຢືນລະດັບພາສາອັງກິດ TOEFL / IELTS,ຜູ້ທີ່ສະຫນັກລະດັບປະລິນຍາຕີ ອາຍຸບໍ່ເກີນ 25 ປີ, ປະລິນຍາໂທ ອາຍຸບໍ່ເກີນ 35 ປີ ແລະ ປະລິນຍາເອກ ອາຍຸບໍ່ເງິນ 40 ປີ.

⭕️ ວິທີສະມັກ:ຜູ້ທີ່ສົນໃຈສະໝັກສາມາດຍື່ນໜັງສືຄໍາຮ້ອງສະໝັກທຶນໄດ້ທີ່ ກະຊວງສຶກສາທິການ ແລະ ກິລາ, ກົມກິດຈະການນັກສຶກສາ(ພະແນກບໍລິຫານ ຫ້ອງ 110) ວັນປີດຮັບສະໝັກ ວັນທີ 14/01/2022.

⭕️ ເອກະສານທີ່ຕ້ອງປະກອບມີ:ໃບຄໍາຮ້ອງສະໝັກທຶນທີ່ຂຽນດ້ວຍຕົວເອງ• ໃບປະກາສະນີຍະບັດ ແລະ ໃບຄະແນນ ລະດັບສູງສຸດຊີວະປະຫວັດຫຍໍ້ (ສໍາລັບນັກຮຽນ-ນັກສຶກສາ)ຊີວະປະຫວັດລັດຖະກອນ (ສໍາລັບພະນັກງານລັດຖະກອນ)ໃບຢັ້ງຢືນການສອບເສັງລະດັບພາສາຈີນ (HSK) ຫຼື ໃບຢັ້ງຢືນລະດັບພາສາອັງກິດ TOEFL IELTSຜູ້ທີ່ເປັນພະນັກງານລັດຖະກອນຈະຕ້ອງມີໃບນຳສົ່ງຈາກກົມຈັດຕັ້ງ ແລະ ພະນັກງານ ຂອງພາກສ່ວນທີ່ສັງກັດ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຜູ້ສະໜັກໃຫ້ທັນເວລາດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *