Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ,

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມຢ່າງເປັນທາງການທີ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນລະຫວ່າງ ວັນທີ 8-10 ມັງກອນ 2022 ນີ້.
ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິjງໃຫຍ່. ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ ແລະ ຫວຽດນາມ.

ອອກເດີ່ນຕ້ອນຮັບໂດຍ ສະຫາຍ ເຈີນ ວັນ ເຊີ່ນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ສສ ຫວຽດນາມ, ພ້ອມດ້ວຍເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ຂໍ້ມູນ ຂປລ.