ໂພສຈາກ ແສງພະຈັນ ບຸນທິສານ ເປີດໃຈເວົ້າໝົດເປືອກ ໃນນາມນັກກິລາຮັບໃຊ້ຊາດມາຫຼາຍສິບປີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໂພສຈາກ ແສງພະຈັນ ບຸນທິສານ ເປີດໃຈເວົ້າໝົດເປືອກ ໃນນາມນັກກິລາຮັບໃຊ້ຊາດມາຫຼາຍສິບປີ

– ສະບາຍດິທຸກຄົນຂ້ອຍຈະມາເວົ້າເຖີງເລື່ອງເປັນຂ່າວໃນຕອນນີ້ທີມັນເກີດຂື້ນກັບນັກກີລາຂ້ອຍຈະມາເປີດໃຈເວົ້າທັງຫມົດໃນນາມຂ້ອຍຮັບໄຊ້ຊາດມາຫລາຍສິບປີ

1 . ຂ້ອຍບອກເລີຍວ່ານັກກີລາຄົນໃດທີຫລີ້ນກີລາແລ້ວທີບໍ່ຢາກຮັບໄຊ້ຊາດຕ່າງຫນ້າໄປໃນນາມຄົນລາວເພືອໄປສູ້ກັບປະເທດອືນຂ້ອຍຂໍບອກເລີຍແລະຂ້ອຍຄົນຫນື່ງທີສູ້ມັນມາສູ້ດ້ວຍຟີມືຂ້ອຍເອງນີ້ແລະຈົນໄດ້ມີຊື່ຕິດທີມຊາດຄັ້ງທຳອິດບໍ່ໄດ້ມີເສັ້ນສາຍຄືປະຈຸບັນຕິດຄັ້ງແລກທີຂ້ອຍຕິດU20 ປີ ໄດ້ໄປແຂ່ງຢູ່ອີນໂດເນເຊຍໄດ້ອັນ3 ມາສູ່ປະເທດ.

ນີ້ແລະຄວາມພູມໃຈຂອງຂ້ອຍທີເຮັດໄຫ້ປະເທດລາວໄດ້ບໍ່ນ້ອຍຫນ້າປະເທດອືນ.ຂ້ອຍກ້າເວົ້າເລີຍວ່າຜົນງານຂ້ອຍສູ້ເພືອຊາດນິມີຜົນງານຫລາຍປານໃດທຸກຄົນຈະຮູ້ດີແລະຂ້ອຍຈະມາເວົ້າເລືອງບັນຫາທີ2 ເລີຍທີຂ້ອຍບໍ່ພໍ່ໃຈທີສຸດທີຖີ້ມໃສ່ນັກກີລາ

2. ຂ້ອຍຢາກຮູ້ວ່າສະຫະພັນດີພໍ່ແລ້ວບໍ່ເຂັ້ມແຂງພໍ່ແລ້ວບໍ່ເປັນຍັງເລື່ອງແບບນີ້ຈື່ງມາຖີ້ມໃສນັກກີລາວ່ານັກກີລາເຮັດຈັງຊັ້ນຈັງຊີ້ຖີ້ມໃສ່ຮອດວ່າເຂົາລົ້ມບານບໍ່ເຄີຍຍອມຮັບໂຕເອງຈັກເທືອ

ຂ້ອຍຢາກຖາມແດ່ສະຫັນພັນໄດ້ເບີງນັກກີລາດີພໍ່ລະບໍ່ນັບແຕ່ມື້ມີຊື່ຕິດທີມຊາດຈົນຫມົດອາຍຸການໄຊ້ງານຂ້ອຍເຈີມານິເຮັດໄດ້ລະຍ້ອງເຮັດບໍ່ໄດ້ລະຖີ້ມນັບຕັ້ງແຕ່ຍຸກໃດມາເຄີຍຄິດເຫັນຜົນງານທີເຂົາສ້າງຊື່ສຽງໄຫ້ປະເທດຄວາມດີທີເຂົາສ້າງມາລະບໍ່

ຂ້ອຍກ້າເວົ້າເລີຍວ່ານັບແຕ່ຂ້ອຍຮັບໄຊ້ຊາດມາຮອດປະຈຸບັນສະຫະພັນບໍ່ເຄີຍເບີງນັກກີລາເລີຍນັບແຕ່ໄປແຂ່ງຂັນຮັບໄຊ້ຊາດບາດເຈັບມາກະຕ້ອງໄດ້ປົວໂຕເອງຂ້ອຍນີ້ແລະທີໄດ້ເຈີມາດ້ວຍໂຕເອງຂ້ອຍໄດ້ບາດເຈັບມາແຕ່ມາເລເຊຍແຂ່ງຂັນ Suzuki cup ໄດ້ມາປົວໂຕເອງເຈັບມາຮອດ2-3 ເດືອນບໍ່ເຄີຍຖາມຈັກຄຳມາເບີງກະບໍ່ມີຈັກເທືອນີ້ຫວາເບີງນັກກີລາດີລະ

ຂ້ອຍອອກມາເວົ້າບໍ່ແມ່ນວ່າຈະມາຕໍ່ຕ້ານຂ້ອຍໂຈມຕີສະຫະພັນຈັງຊັນຈັງສີ້ດອກຂ້ອຍກະນັກກີລາຄົນຫນື່ງໄດ້ເຫັນໄດ້ຍີນຂ່າວແລ້ວກະບໍ່ພໍ່ໃຈນ້ອຍຫນື່ງທີຖີ້ມໃສ່ນັກກີລາຂ້ອຍກະປະຊາຊົນຄົນຫນື່ງຢາກໄຫ້ບານເຕະລາວພັດທະນາຂື້ນບໍ່ແມ່ນຈະຕົກຕຳລົງຄືປະຈຸບັນ. ຍັງມີຫລາຍໆບັນຫາແຕ່ຈະຂໍເລົາຊຳນີ້ໄປກ່ອນຖ້າເປັນຈັງໃດຈະມາເລົາສູກັນຟັງຕືມ
ກໍ້ມາດິຄັບ

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *