Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຈີນ ທົດລອງ “ດວງຕາເວັນທຽມ” ສຳເລັດ ຮ້ອນກວ່າຂອງແທ້ 5 ເທົ່າ ຄວາມຫວັງໃໝ່ຂອງພະລັງງານສະອາດໃນອະນາຄົດ
ເມື່ອບໍ່ທໍ່ໃດມື້ຜ່ານມາ ປະເທດຈີນ ປະສົບຄວາມສຳເລັດໃນການທົດລອງເຄື່ອງເຕົາປະຕິກອນຟິວຊັນ ເພື່ອສ້າງ “ດວງຕາເວັນທຽມ” ດ້ວຍການຮັກສາອຸນຫະພູມທີ່ສູງກວ່າດວງຕາເວັນແທ້ 5 ເທົ່າ (70,000,000 ອົງສາເຊລຊຽດ) ຢ່າງຕໍ່ເນື່ອງເປັນເວລາ 1,056 ວິນາທີ ຫລື 17 ນາທີ.
ການທົດລອງທີ່ວ່ານີ້ ຄືສ່ວນຫນຶ່ງຂອງໂຄງການ Experimental Advanced Superconducting Tokamak (EAST) ຫລືໂຄງການດວງຕາເວັນທຽມຂອງຈີນ (Artificial Sun) ທີ່ຕັ້ງຢູ່ໃນມົນທົນອັນຮຸຍ ທາງຕາເວັນອອກຂອງຈີນ.
ໂດຍເປົ້າໝາຍສູງສຸດຂອງການພັດທະນາດວງຕາເວັນທຽມ ຄືການມີພະລັງງານສະອາດທີ່ໃຊ້ໄດ້ແບບບໍ່ມີຂີດຈຳກັດ ດ້ວຍການຮຽນແບບປະຕິກິລິຍານິວເຄຼຍຟິວຊັນ (Nuclear Fusion) ເຊິ່ງເປັນປະຕິກິລິຍາທີ່ເກິດຂື້ນເທິງດວງຕາເວັນແທ້!.
ເຊິ່ງໂຄງການ EAST ໃຊ້ເງີນທຶນຈາກປະເທດຈີນໄປແລ້ວກວ່າ 7 ແສນລ້ານປອນ ແລະຈະຍັງດຳເນີນການທົດລອງໄປຈົນເຖິງເດືອນມິຖຸນາ.
ພ້ອມນີ້, ໂຄງການດວງຕາເວັນທຽມ ເປັນການໃຊ້ພະລັງງານຈາກ “ດິວເທີຣຽມ (Deuterium)” ໃນການສ້າງ ເຊິ່ງເປັນທາດໄຮໂດນເຈນໜັກທີ່ມີຢູ່ຫລາຍໃນທະເລ ສວນທາງກັບເຊື້ອເພີງຟອດຊິວທີ່ກຳລັງຈະໝົດລົງໃນອະນາຄົດ
ທີ່ສຳຄັນຄື ຂະບວນການນີ້ບໍ່ຕ້ອງໃຊ້ເຊື້ອເພີງຟອດຊິວ ແລະບໍ່ຖິ້ມຂອງເສຍອັນຕະລາຍ ຈຶ່ງໄດ້ພະລັງງານສະອາດທີ່ມີສະຖຽນລະພາບ.
ແຕ່ເລື່ອງນີ້, ນັບວ່າຍັງຫ່າງໄກຈາກການຮັບຮູ້ພາຍນອກຫ້ອງປະຕິບັດການ ເຖິງວ່າຈະມີການວິໄຈກ່ຽວກັບເທັກໂນໂລຢີນີ້ມາດົນຫຼາຍສິບປີແລ້ວ
ນອກຈາກໂຄງການນີ້, ທີມເຄື່ອງປະຕິກອນນິວເຄຼຍຂອງຈີນ ກໍໄດ້ໃຫ້ການສະໜັບສະໜູນທາງເທັກນິກແກ່ໂຄງການທົດລອງຂະໜາດໃຫຍ່ຢ່າງ “International Thermonuclear Experimental Reactor ຫລື ITER” ອີກໂຄງການ
ເຊິ່ກຳລັງສ້າງເຄື່ອງປະຕິກອນນິວເຄຼຍຟິວຊັນໃນເມືອງ Marseille ປະເທດຝຣັ່ງ ແລະເມື່ອສ້າງສຳເລັດຈະເປັນເຄື່ອງປະຕິກອນທີ່ໃຫຍ່ທີ່ສຸດໃນໂລກ
ເວົ້າໄດ້ວ່າເປັນອີກໜຶ່ງໂຄງການທີ່ໜ້າຈັບຕາເປັນຢ່າງຍິ່ງ!.
ເພາະພະລັງງານຈາກດວງຕາເວັນທຽມນີ້ ໜ້າຈະມາເປັນໜຶ່ງໃນທາງເລືອກຂອງແຫຼ່ງພະລັງງານສະອາດໃຫ້ກັບມວນມະນຸດຊາດ ໃນວັນມື້ທີ່ເຮົາບໍ່ອາດໃຊ້ພະລັງງານຈາກຟອດຊິວໄດ້ແລ້ວ.
ແຫຼ່ງຂໍ້ມູນ: https://www.facebook.com/MarketThinkTH/posts/4643786712380350