ບໍລິສັດ ວິນຟາດສ ລາວ ຈຳກັດຜູ້ດຽວ ມອບລົດໃຫ້ລັດຖະບານ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ບໍລິສັດ ວິນຟາດສ ລາວ ຈຳກັດຜູ້ດຽວ ມອບລົດໃຫ້ລັດຖະບານ

ບໍລິສັດ ວິນຟາດສລາວ ຈຳກັດຜູ້ດຽວ ໄດ້ນຳເອົາລົດເກງ ຍີ່ຫໍ້ ວິນຟາດສ ຈຳນວນ 12 ຄັນ ມາມອບໃຫ້ແກ່ລັດຖະບານ ເພື່ອປະກອບສ່ວນເຂົ້າໃນການຮັບໃຊ້ວຽກງານຂອງພາກລັດ.

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 7 ມັງກອນ ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ ກ່າວມອບໂດຍ ທ່ານ ນາງ ວຽງສະຫວັນ ເສນາພວນ ອຳນວຍການໃຫຍ່ ບໍລິສັດ ວິນຟາດສລາວ ຈຳກັດຜູ້ດຽວ ແລະ

ຕາງໜ້າໃຫ້ລັດຖະບານ ຮັບໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມເປັນສັກຂີພິຍານນຳ.

ລົດຈຳນວນດັ່ງກ່າວ ເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັບໃຊ້ວຽກງານ ລວມຂອງພາກລັດ.

ຂ່າວ-ພາບ: ຫສນຍ

Related Posts

Leave a Reply

Your email address will not be published. Required fields are marked *