Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຫຼຸດຄາດໝາຍ! ລາວບໍ່ສາມາດສົ່ງສັດອອກໄປຈີນໄດ້ຕາມຕົວເລກ
ສຳລັບສັດລ້ຽງ ປະເພດ ງົວ-ຄວາຍ ແມ່ນຢູ່ໃນບັນຊີສັດທີ່ຈະສົ່ງອອກໄປຍັງ ສປ ຈີນ ມີໂກ້ຕ້າຮັບຊື້ຈຳນວນຫຼາຍແຕ່ວ່າປີ 2021 ສປປ ລາວ ບໍ່ສາມາດສົ່ງອອກໄດ້ຕາມຄາດໝາຍ 50.000 ໂຕ ຍ້ອນສະພາບໂຄວິດ-19 ແລະ ລະບາດຂອງພະຍາດຜີວໜັງ ອັກເສບຕິດຕໍ່ງົວ-ຄວາຍ.
ການສົ່ງອອກສັດ ໃນປີ 2021 ທີ່ຜ່ານມາ, ໄດ້ສົ່ງອອກງົວ-ຄວາຍ ທັງໝົດ 8.100 ກວ່າໂຕ ເທົ່າກັບ 33,9 ຕື້ກີບ. ໃນນີ້, ໄດ້ສົ່ງສັດໃຫຍ່ອອກໄປ ສປ ຈີນ ຢ່າງເປັນທາງການເປັນຄັ້ງທໍາອິດ ຕາມຂໍ້ກໍານົດເງື່ອນ ໄຂດ້ານສຸຂະນາໄມທີ່ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ພາສີ ຂອງ ສປ ຈີນ ໄດ້ຮ່ວມເຊັນກັນ
ຄັ້ງວັນທີ 30/4/2019 ຊຶ່ງໃນໄລຍະວັນທີ 28/4/2019 – 24/5/2021 ສົ່ງອອກໄດ້ 2.013 ໂຕ (ງົວ 1.992 ໂຕ ແລະ ຄວາຍ 21 ໂຕ), ເຫັນວ່າບໍ່ສາມາດປະຕິບັດໄດ້ຕາມຄາດໝາຍ 50.000 ໂຕ.
ສາເຫດທີ່ສົ່ງອອກບໍ່ໄດ້ຕາມແຜນ ກໍເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ແລະ ເລີ່ມແຕ່ເດືອນເມສາ 2021 ໃນ 7 ແຂວງຂອງລາວ ມີສະພາບການລະບາດຂອງພະຍາດຜີວໜັງ ອັກເສບຕິດຕໍ່ງົວ-ຄວາຍ ອັນໄດ້ສົ່ງຜົນໃຫ້ຝ່າຍ ສປ ຈີນ (ກົມໃຫຍ່ພາສີຂອງ ສປ ຈີນ) ໄດ້ປະກາດຫ້າມ ນໍາເຂົ້າງົວ ແລະ ຜະລິດຕະພັນກ່ຽວກັບງົວ ຈາກ ສປປ ລາວ.
ປັດຈຸບັນ, ລາວເຮົາສາມາດຄວບຄຸມການລະບາດຂອງພະຍາດສັດດັ່ງກ່າວໄດ້ແລ້ວ ແລະ ໄດ້ລາຍງານຫາອົງການພະຍາດສັດສາກົນ ຫລື OIE ເພື່ອໃຫ້ລຶບຊື່ ສປປ ລາວ ອອກຈາກບັນຊີ ປະເທດທີ່ກໍາລັງລະບາດພະຍາດດັ່ງກ່າວ ແລະ ກຳລັງຢູ່ໃນຂັ້ນຕອນການເຈລະຈາຄືນ
ການອະນຸຍາດໃຫ້ນໍາເຂົ້າງົວ ຈາກ ສປປ ລາວ ແລະ ກໍາລັງຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມຕ່າງໆ ທີ່ລາວເຮົາໄດ້ເຊັນຮ່ວມກັບ ສປ ຈີນ.
ແຫຼ່ງຂໍ້ມູນ:
- ເສດຖະກິດການຄ້າ
- ລິ້ງທີ່ມາ: https://laoedaily.com.la/2022/01/08/110530/