ແຊ໌ເຕີຶີອນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ການຊື້ຊຸດເຄື່ອງກວດແບບໄວມາກວດເອງ ຜົນກວດເປັນລົບ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ

ທ່ານ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ 19 ປະາວັນທີ 11 ມັງກອນ 2022 ວ່າ

ປັດຈຸບັນ ຫຼາຍທ່ານ ຊື້ຊຸດເຄື່ອງກວດແບບໄວ ມາກວດດ້ວຍຕົວເອງ, ການກວດດ້ວຍຊຸດເຄື່ອງກວດແບບໄວດ້ວຍຕົນເອງນັ້ນ ຊຸດເຄື່ອງກວດດັ່ງກ່າວ ຕ້ອງໄດ້ຖືກຮັບຮອງຈາກກະຊວງສາທາລະນະສຸກ.


ການອ່ານຜົນກວດດ້ວຍຄວາມລະມັດລະວັງ ເພາະ ມີຫຼາຍທ່ານ ເຂົ້າໃຈຜິດວ່າ ຜົນກວດບໍ່ຂຶ້ນ 2 ຂີດ ຖືວ່າເປັນລົບ ແລະ ບໍ່ຕິດເຊື້ອ. ຂ້າພະເຈົ້າ ຂໍອະທິບາຍໃຫ້ບັນດາທ່ານຊາບວ່າ ຜົນກວດເປັນລົບ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ ແຕ່ອາດເປັນຍ້ອນ ປະລິມານເຊື້ອຍັງໜ້ອຍ,


ສະນັ້ນ ການກວດດ້ວຍຊຸດເຄື່ອງກວດແບບໄວ ແມ່ນຍັງບໍ່ພຽງພໍ ແຕ່ຖ້າຕິດເຊື້ອແທ້ ປະລິມານເຊື້ອຈະຫຼາຍຂຶ້ນ ພາຍຫຼັງ 2-3 ວັນ ສະນັ້ນ ຈຶ່ງຄວນກວດຫາເຊື້ອຄືນອີກເທື່ອໜຶ່ງ.


ສຳລັບຄົນທີ່ມີອາການ ເຊັ່ນ: ໄຂ້, ໄອ, ນ້ຳມູກຍ້ອຍ ຖ້າກວດດ້ວຍຊຸດກວດແບບໄວ ແລ້ວຜົນກວດເປັນບວກ ແປວ່າ ທ່ານຕິດເຊື້ອ ແລະ ຄວນແຍກໂຕເອງອອກຈາກຄົນໃນຄອບຄົວ ແລະ ຄົນອ້ອມຂ້າງທັນທີ ເພື່ອປ້ອງກັນການແຜ່ເຊື້ອໄປສູ່ອ້ອມຂ້າງ.

Related Posts

Leave a Reply

Your email address will not be published. Required fields are marked *