!ເຫດ ” 🔥 ໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 300 ກ່າວລ້ານກີບ ເຂດບ້ານໂນນສະອາດ”

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


!ເຫດ ” 🔥 ໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 300 ກ່າວລ້ານກີບ ເຂດບ້ານໂນນສະອາດ”

ສາເຫດ ອາດເກີດຈາກກຸ່ມໄວລຸ້ນ ລັກລອບເຂົ້າໄປມົ້ວສຸມ

ວັນທີ 9 ທັນວາ 2022 ເວລາ 17:10 ໂມງ ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນວ,

ຈຶ່ງໄດ້ນຳກຳລັງ ແລະ ລົດມອດໄຟ 1 ຄັນ ອອກໄປຈຸດເກີດເຫດ ພົບເຫັນໄຟກຳລັງລຸກໄໝ້ຢ່າງຮຸ່ນແຮງ ເຈົ້າໜ້າທີ່ໄດ້ເຂົ້າດັບມອດ ໃຊ້ເວລາປະມານ 1 ຊົ່ວໂມງ ຈຶ່ງສາມາດລະງັບໄຟໄດ້.

ທພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ຮູ້ວ່າ: ເຮືອນທີ່ຖືກໄຟໄໝ້ ແມ່ນເຮືອນຂອງພໍ່ຕູ້ ໂຄ້ນ ອາຍຸ 85 ປີ, ບໍ່ມີຄົນຢູ່ອາໃສ ຜົນເສຍຫາຍເບື້ອງຕົ້ນມູນຄ່າປະມານ 300 ກວ່າລ້ານກີບ,

ສ່ວນສາເຫດທີ່ເກີດອັກຄີໄພໃນຄັ້ງນີ້ອາດເກີດຈາກໄວລຸ້ນ 2 ຄົນ ລັກງັດປະຕູເຂົ້າໄປໃນເຮືອນແລ້ວມົ້ວສຸມເສບຢາເສບຕິດ ເຊີ່ງເຈົ້າໜ້າທີ່ກຳລັງຕິດຕາມຕົວມາລົງໂທດຕາມລະບຽບກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *