Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສັງຄົມມີຄວາມສົງໃສ ສົນໃຈ ແລະ ເປັນຫວ່ງວ່າ “ເປັນຫຍັງການຊື້ປີ້ລົດໄຟຄືມີຄວາມຫຍຸ້ງຍາກຫຼາຍ?”
ນີ້ແມ່ນຕົວຢ່າງຄຳຄິດເຫັນບາງສ່ວນ ຂອງສັງຄົມທີ່ມີຕໍ່ບັນຫາດັ່ງກ່າວ:ຄຳເຫັນທີ1:❗️ສະຖານນີ ຫລວງພະບາງ‼️ເສຍຄວາມຮູ້ສຶກແຮງ…ມື້ວານນີ້ ອຸດສາຕື່ນແຕ່6ໂມງເຊົ້າ ອອກໄປຊື້ປີ້ ຍິນວ່າຊື້ຍາກແຮງ ເລີຍໄປໄວ ກະບໍ່ຄິດສິປານນີ້ ບາດໄປຮອດຄິວເປັນ100~200ລະ ທັ້ງທີ່ເຂົາເລີ່ມເປີດຂາຍປີ້ 9ໂມງ
ລອງຢ່າງໄປຖາມຄິວທີ່1ວ່າມາແຕ່3ໂມງເຊົ້າ ວ່າຊ້ານນນ🙄 ຖາມໄປຖາມມາມີແຕ່ຫນ້າມ້າ ມີແຕ່ນາຍຫນ້າ ຊື້ໄປຂາຍຕໍ່ ຈັກຜູ້ສິເອົາຕັ່ງໄປນັ່ງ ເອົາສາດໄປປູ ມີຮອດຫໍ່ເຂົ້າ ໂພດໂພ ກົ່ງລາຄາກັນຂື້ນຊຳ່ສິເອີ້ນ 10ປາກເວົ້າບໍ່ເທົ່າຕາເຫັນ ໄປເອງ ເຈີເອງ ກັບຫມູ່ ຍອມແລ້ວ Lao only 😪 bye2 ລະບຽບມີໄວ້ຕິດຟາຊື່ໆຕິ😌
ຄຳເຫັນທີ2: ການຂາຍປິ້ທາງລົດໄຟ ໂຄດຊ້າ. ລະບົບການບໍລິການໂຄດຊ້າ…ປານນັ້ນວ່າຢ້ານຕິດໂຄວິດ…ແຕ່ລະມື້ໃຫ້ຄົນໄປແອອັດຢືນຂາຈັ໋ງຫມົດ.
ຄຳເຫັນທີ3: ປັບປຸງສາເດີ ການຂາຍປີ້ລົດໄຟ. ມີຄົນເອົາມາເລາະຂາຍທາງນອກ.ຈັກໜ້ອຍນັກຂ່າວໄທ ສີເວົ້າໃຫ້ອີກ ອາຍເຂົາ
ຄຳເຫັນທີ4: ອັນ…ນາຍຫນ້ານີ້ …ເຫັນແກ່ເງິນ ບໍ່ເຫັນແກ່ໃຈຄົນເງິນນອ້ຍເງິນຫລາຍທາງໃກ້ ໄກ.. ບໍ່ເຫັນໃຈຄົນນໍ ຂາດລະດັບຄິດອ່ານ…ອີ່ຕົນເຂົາແນ່ແມ ຊົ່ວ…ແທ້ ຕ່າງຊາດເຂົາມາເຫັນມັນເສຍພາບພົດ
ຄຳເຫັນທີ5: ຟັງຫລາຍໆຄົນຄອມເມັ້ນຄືມີບັນຫາຫລາຍແທ້ ຖ້າເປັນຂ້ອຍຈະເລືອກຂີ່ຍົນດີກວ່າ ລາຄາກະລຸດລືນກັນຫນ້ອຍດ່ຽວ ສະດວກສະບາຍ ຮອດໄວ ບໍລິການກະດີໆ
ຄຳເຫັນທີ6: ຮີບຮ້ອນປັບປຸງລະບົບການຂາຍປີ້ຄືຕ່າງປະເທດເດີ້ ຢູ່ຈີນເຫັນເພີ່ນລີວິວຄືບໍ່ແມ່ນແບບນີ້ ເປັນຫຍັງບໍ່ໃຊ້ ຫລາຍຊ່ອງທາງ
- ເອົາເງິນປ່ອນເຂົ້າຕູ້ກົດຊື້ເອງ
- ຊື້ນຳພະນັກງານຂາຍ
- ຊື້ຜ່ານອອນລາຈະລົດຄວາມແອອັດແລະ ລົດການລະບາດຂອງ COVID-19 ໄດ້ລະດັບນື່ງ
ຄຳເຫັນທີ7: ຂ້ອຍມາຖ້າຊື້ສອງມື້ ວ່າປີ້ເຕັມ ແຕ່ມີນາຍຫນ້າມາຖາມຂາຍໃຫ້ 270.000₭/ປີ້
ແລະ ອີກຫຼາຍຄຳເຫັນຂອງສັງຄົມຕໍ່ບັນຫາດັ່ງກ່າວ, ເຖິງວ່າພາກລັດຈະໄດ້ ອອກແຈ້ງການດ່ວນຕໍ່ປະກົດການດັ່ງກ່າວແລ້ວ ແຕ່ກໍ່ບໍ່ສາມາດແກ້ໄຂບັນຫາໄດ້, ອາດຈະຍ້ອນແມ່ນການແກ້ທີ່ປາຍເຫດ.
ສະນັ້ນໃນນາມນັກຂ່າວ ເລີຍຂໍອະນຸຍາດບັນດາທ່ານ ຈົ່ງຊ່ວຍ “ວິເຄາະວິໄຈ ວ່າບັນຫາສາເຫດຫລັກແມ່ນຫຍັງແທ້?” ແລະ “ວິທີແກ້ໄຂຄືແນວໃດ?” ເພຶ່ອວ່າທາງແອັດມິນຈະສະຫລຸບ ແລະ ເຜີຍແຜ່ແກ່ສັງຄົມ ເພຶ່ອໃຫ້ຂັ້ນເທິງເຫັນບັນຫາ ແລະ ແກ້ໄຂບັນຫາໃຫ້ຖືກຈຸດ.
ຖ້າຈະເວົ້າວ່າພວກເຮົາຂາດເຕັກນິກທີ່ທັນສະໃໝກໍ່ອາດຈະບໍ່ແມ່ນ ເພາະປະເທດຜູ້ສ້າງທາງລົດໄຟຄື ຈີນ ແລະ ປະເທດເຮົາເອງກໍ່ບໍ່ນ້ອຍຫນ້າຊາດໃດໃນໂລກດ້ານເຕັກໂນໂລຊີເຊັ່ນກັນ.
ຂໍອະນຸຍາດໃຫ້ໃຊ້ຄຳເຫັນທີ່ສຸພາບ ແລະ ເປັນທາງບວກ, ຈຸດປະສົງແມ່ນເພຶ່ອແກ້ໄຂບັນຫາຂອງສັງຄົມ ກໍ່ຄືບັນຫາຂອງເຮົາຮ່ວມກັນນັ້ນເອງ.
ຮູບພາບ Minta Syphavong
ຂ່າວຈາກ
https://www.facebook.com/211489562224711/posts/6935012359872364/