Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແນະນຳ ອາການ ແລະ ວິທີປ້ອງກັນ ສາຍພັນໂອໄມຄຣອນ ແບບບໍ່ປະໝາດ
ທ່ານ ດຣ ສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະບາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນການຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ ປະຈໍາວັນທີ 12 ມັງກອນ 2022 ວ່າ ປັດຈຸບັນ ສາຍພັນໂອໄມຄຣອນ ລະບາດມາໄດ້ 6 ອາທິດແລ້ວ ພ້ອມດຽວກັນ
ກໍ່ຍັງສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກຂອງຫຼາຍໆປະເທດອີກດ້ວຍ.ສິ່ງທີ່ໜ້າເປັນຫ່ວງ ຂອງສາຍພັນໂອໄມຄຣອນນັ້ນ ບໍ່ພຽງແຕ່ ມີການແຜ່ລະບາດຢ່າງໄວວາ ເຊິ່ງບາງມື້ ກໍ່ມີຕົວເລກລາຍງານສູງກວ່າ 1 ລ້ານຄົນ ນອກຈາກນັ້ນ ຍັງເຮັດໃຫ້ຄົນທີ່ເຄີຍຕິດເຊື້ອ ສາມາດກັບມາຕິດເຊື້ອຊ້ຳຄືນອີກ ໄດ້ງ່າຍຂຶ້ນ.

ສະເພາະ ປະເທດຂອງພວກເຮົາ ເຖິງແມ່ນວ່າ ຈະມີລາຍການການກວດພົບໂອໄມຄຣອນຈາກກໍລະນີນຳເຂົ້າ ແຕ່ບໍ່ທັນມີລາຍງານ ກວດພົບໂອໄມຄຣອນພາຍໃນປະເທດຂອງເຮົາເທື່ອ, ແຕ່ພວກເຮົາໝົດທຸກຄົນ ກໍ່ບໍ່ຄວນປະໝາດ ແລະ ຫຼະເຫຼິງ ຕ້ອງມີສະຕິລະວັງຕົວ ແລະ ເຂັ້ມງວດ ໃນການປ້ອງກັນຕົນເອງ
ເພາະເປັນວິທີພື້ນຖານທີ່ດີທີ່ສຸດ ແລະ ຄວນໃຫ້ຄວາມສຳຄັນ ໃນການປະຕິບັດຢ່າງຖືກຕ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະຕິດເຊື້ອໃນຊຸມຊົນ, ຄຽງຄູ່ກັນນັ້ນ ກໍ່ຕ້ອງໝັ່ນສັງເກດອາການຂອງຕົນເອງ ເຊັ່ນ: ອ່ອນເພຍ, ປວດຕາມຕົນໂຕ, ປວດກ້າມຊີ້ນ ຫຼື ໄອ ຖ້າຫາກມີອາການ ຄວນແຍກໂຕທັນທີ ແລະ ໄປພົບແພດເພື່ອກວດຫາເຊື້ອ.

ແນະນຳ ວິທີປ້ອງກັນ ສາຍພັນໂອໄມຄຣອນ ແບບບໍ່ປະໝາດ ຄືດັ່ງນີ້:
1 ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ໂດຍສະເພາະ ຜູ້ສູງອາຍຸ, ຜູ້ທີ່ມີພະຍາດຊຳເຮື້ອ ແລະ ແມ່ຍິງຖືພາ
2 ລ້າງມືທຸກຄັ້ງ ກ່ອນ ແລະ ຫຼັງ ສຳຜັດສິ່ງຂອງ

3 ເມື່ອໄປພົບຜູ້ສູງອາຍຸ ເຮົາຄວນປ້ອງກັນຕົນເອງຢ່າງເຂັ້ມງວດ ເພາະເຮົາອາດນຳເຊື້ອໄປໃຫ້ເພິ່ນ ໂດຍບໍ່ຮູ້ໂຕ ຫຼື ບໍ່ໄດ້ຕັ້ງໃຈໄດ້
4 ສຳລັບ ຜູ້ທີ່ບໍ່ສະບາຍ ເຮົາບໍ່ຮູ້ວ່າ ຈະຕິດເຊື້ອ ຫຼື ບໍ່ ສະນັ້ນ ບໍ່ຄວນສຳຜັດໃກ້ຊິດ ເພາະຜູ້ທີ່ບໍ່ສະບາຍອາດຈະແຜ່ເຊື້ອໃຫ້ໂຕທ່ານໄດ້

5 ໃສ່ຜ້າປິດປາກ-ດັງ ໃຫ້ຖືກຕ້ອງ ແລະ ຕະຫຼອດເວລາ ຢູ່ໃນບ້ານ ຫຼື ເມື່ອອອກຈາກບ້ານ
6 ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ເພາະ ໂອໄມຄຣອນ ແຜ່ກະຈາຍເຊື້ອໄດ້ໄວກວ່າ ສາຍພັນເດວຕ້າ ເຖິງ 30 ເທົ່າ
7 ຫຼີກລ້ຽງໄປສະຖານທີ່ຄົນແອອັດ ແລະ ອາກາດບໍ່ຖ່າຍເທ

8.ບໍ່ຊຸມແຊວ ຫຼື ພົບປະກັນ ເປັນກຸ່ມ