Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ກະຊວງ ປກສ ເພີ່ມດັດສະນີເງິນເດືອນ ແຕ່ເດືອນມັງກອນ 2022 ເປັນຕົ້ນໄປ!

.

ຂ່າວ2
🔥🔥ແຈ້ງການ!! ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ແອັດຊັງທຳມະດາ ແລະ ກາຊວນ ຂຶ້ນ 610 ກີບ/ລິດ ເລີ່ມເຊົ້າວັນທີ 14 ມັງກອນນີ້
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ສະບັບເລກທີ 0039/ອຄ, ລົງວັນທີ 13 ມັງກອນ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ປັບຂຶ້ນນ້ຳມັນເຊື້ອໄຟທຸກຊະນິດຄື:
⭕ ນ້ຳມັນແອັດຊັງພິເສດ ປັບຂຶ້ນ 820 ກີບຕໍ່ລິດ
⭕ ນໍ້າມັນແອັດຊັງທຳມະດາ ແລະ ກາຊວນ ປັບຂຶ້ນ 610 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 14 ມັງກອນ 2022 ເປັນຕົ້ນໄປ.
ການປັບຂຶ້ນຄັ້ງນີ້ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນຢູ່ນະຄອນຫຼວງວຽງຈັນ
⭕ ນ້ຳມັນແອັດຊັງພິເສດ 14.770 ກີບ/ລິດ
⭕ ແອັດຊັງທໍາມະດາ 12.900 ກີບ/ລິດ
⭕ ກາຊວນ 11.080 ກີບ/ລິດ