Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທົ່ວໂລກ ມີຜູ້ຕິດເຊື້ອ ໂຄວິດ-19 ສາຍພັນ ໂອໄມຄຣອນ ເພີ່ມຂຶ້ນ 15 ລ້ານຄົນ
ຂປລ.ຕາມຂ່າວຈາກ ເມືອງເຈນີວາ ປະເທດ ສະວິດ, ວັນທີ 13 ມັງກອນ 2022, ທ່ານ ເທດໍຣສ ແອດຮານອມ ເກເບເຢຊຸສ(Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການ ອະນາໄມໂລກ ຖະແຫລງວ່າ:
ໂຄວິດ-19 ສາຍພັນ ໂອໄມຄຣອນ ເຮັດໃຫ້ ທົ່ວໂລກ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນປະມານ 15 ລ້ານຄົນ ພາຍໃນ ໄລຍະເວລາ 7 ວັນ, ຫລ້າສຸດ ເພີ່ມຂຶ້ນ ປະມານ 55% ເມື່ອທຽບໃສ່ ອາທິດກ່ອນ ແລະ ເສຍຊີວິດ ເພີ່ມຂຶ້ນອີກ 43.000ຄົນ.
ຂະນະທີ່ ທະວີບ ອາຟຣິກາ ມີຕົວເລກ ສະຖິຕິຜູ້ຕິດເຊື້ອ ຫລຸດລົງ 11%, ອາຊີໃຕ້ ແລະ ອາຊີ ຕາເວັນອອກ ສ່ຽງໃຕ້ ມີຜູ້ເສຍຊີວິດ ຫລຸດລົງ 6% ແຕ່ ມີຜູ້ຕິດເຊື້ອ ເພີ່ມຂຶ້ນ ຫລາຍກວ່າ 400% ໂດຍ ອົງການ ອະນາໄມໂລກ ພວມຕິດຕາມ ສະຖານະການ ໃນອິນເດຍ, ຕີມໍແລັດ ສະເຕ, ໄທ ແລະ ບັງກລາເທດ.
ສ່ວນສະຖານະການ ໃນເອີຣົບນັ້ນ ຕົວເລກ ສະຖິຕິ ຜູ້ຕິດເຊື້ອ ເພີ່ມຂຶ້ນ 31%, ແຕ່ຜູ້ເສຍຊີວິດ ຫລຸດລົງ 10%. ຂະນະທີ່ ສ.ອາເມລິກາ ມີຜູ້ຕິດເຊື້ອ ຫລາຍກວ່າ ວັນລະ 1 ລ້ານຄົນ ເປັນປັດໄຈ ສໍາຄັນ ສົ່ງຜົນໃຫ້ ຕົວເລກ ຜູ້ຕິດເຊື້ອລວມທົ່ວໂລກ ເພີ່ມຂຶ້ນ ແບບກ້າວກະໂດດ.
ປັດຈຸບັນ ເຊື້ອພະຍາດ ໂຄວິດ-19 ສາຍພັນໂອໄມຄຣອນ ພວມກ້າວຂຶ້ນມາ ແທນທີ່ ສາຍພັນເດລຕາ ເກືອບທຸກປະເທດ ທົ່ວໂລກແລ້ວ ເຖິງແມ່ນວ່າ ຜົນການສຶກສາອອກມາຫລາຍຂຶ້ນວ່າ ເຊື້ອໂອໄມຄຣອນ ສົ່ງຜົນໃຫ້ເກີດ ອາການເຈັບ ຮຸນແຮງ ໜ້ອຍລົງກວ່າ ເຊື້ອສາຍພັນອື່ນ ແຕ່ເຊື້ອໂຕນີ້ ຍັງຄົງເປັນ ອັດຕະລາຍ ທາງລະບາດ ວິທະຍາ ໂດຍສະເພາະ ຜູ້ທີ່ຍັງບໍ່ໄດ້ສັກວັກຊິນ ເຊິ່ງປັດຈຸບັນ ມີຫລາຍກວ່າ 90 ປະເທດ ຍັງສັກວັກຊິນ ໃຫ້ປະຊາກອນ ບໍ່ເຖິງ 40%./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ