Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຜົນວິໄຈຊີ້ ສານ 2 ຊະນິດໃນກັນຊາ ຊ່ວຍປ້ອງກັນໂຄວິດໄດ້
ເວັບໄຊຂອງວາລະສານຟອບ ລາຍງານວ່າ ຜົນວິໄຈໃນຫ້ອງທົດລອງທີ່ມີຊື່ວ່າ: “ສານແຄນນາບິນອຍ ສາມາດຢັບຢັ້ງເຊື້ອພະຍາດຊາຣ໌ສໂຄວີ 2 ໃນການເຂົ້າສູ່ເຊວ ແລະ ການອຸບັດຂອງເຊື້ອ”
ຂອງນັກວິໄຈຈາກມະຫາວິທະຍາໄລໂອເຣກອນ ສະຫະລັດອາເມຣິກາ ທີ່ລົງເຜີຍແຜ່ໃນວາລະສານ ລະບຸວ່າ ສານປະກອບຂອງກັນຊາ 2 ຊະນິດຊ່ວຍປ້ອງກັນໂຄວິດຈາກການແຊກຊຶມເຂົ້າເຊວຮ່າງກາຍຂອງມະນຸດໄດ້.

ນັກວິໄຈລະບຸວ່າ: ສານປະກອບຂອງກັນຊາ 2 ຊະນິດທີ່ພົບໄດ້ທົ່ວໄປໃນກັນຊາ ເຊິ່ງເອີ້ນວ່າ ກົດແຄນນາບີເຈີໂຣລິກ (CBGA) ແລະ ກົດແຄນນາບີດີໂອລິກ (CBDA) ສາມາດຈັບກັບ ໜາມໂປຣຕິນຂອງເຊື້ອພະຍາດຊາຣ໌ສໂຄວີ 2 ເຊິ່ງເປັນໄວຣັສທີ່ກໍ່ໃຫ້ເກີດໂຄວິດ-19
ດ້ວຍການຈັບໜາມໂປຣຕິນນີ້ ເຮັດໃຫ້ສານ 2 ຊະນິດທີ່ກ່າວມານັ້ນ ສາມາດປ້ອງກັນບໍ່ໃຫ້ໄວຣັສເຂົ້າເຊວໃນຮ່າງກາຍຂອງມະນຸດ ແລະ ສາມາດປ້ອງກັນການຕິດເຊື້ອໄດ້ ໂດຍສະເພາະສາຍພັນອານຟາ ແລະ ເບຕ້າ ເຊິ່ງການຄົ້ນພົບຄັ້ງນີ້ອາດນຳໄປສູ່ວິທີການປ້ອງກັນການຕິດເຊື້ອ ແລະ ວິທີການປິ່ນປົວໂຄວິດ ແບບໃໝ່ໄດ້.
ທ່ານ ຣີຊາດ ຟານ ບຣີແມນ ໜຶ່ງໃນທີມງານວິໄຈຄັ້ງນີ້ ກ່າວວ່າ: ເຖິງວ່າ ທີມວິໄຈໄດ້ຄົ້ນພົບ ສານ 2 ຊະນິດທີ່ກ່າວມານັ້ນ ແຕ່ຍັງມີຄວາມຈຳເປັນຕ້ອງໄດ້ສຶກສາວິໄຈເພີ່ມເຕີມ ເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງກວ່ານີ້, ແນວໃດກໍຕາມ ການສຶກສາຄັ້ງນີ້ ໄດ້ຊີ້ໃຫ້ເຫັນວ່າ ສານແຄນນາບີນອຍສາມາດນຳໄປພັດທະນາເປັນຢາປ້ອງກັນ ແລະ ປິ່ນປົວໂຄວິດ-19 ໄດ້.