ຈີນສັ່ງລອກດາວດ່ວນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈີນ ລ໋ອກດາວ ເມືອງທີ 3 ຫຼັງພົບຜູ້ຕິດເຊື້ອໂອໄມຄຣອນ 2 ຄົນ

ວັນທີ 12 ມັງກອນ 2022 ສໍານັກຂ່າວMetroລາຍງານ ສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ໃນປະເທດຈີນ ຫຼັງຈາກທາງການທ້ອງຖິ່ນ ເມືອງອັນຫຍາງ ປະກາດໃຊ້ມາດຕະການການລັອກດາວຄຸມເຂັ້ມປະຊາກອນກວ່າ 5,5 ລ້ານຄົນ.

ໂດຍມີຄໍາສັ່ງ ຫ້າມອອກນອກເຂດອາຄານ, ຫ້າມບໍລິການຂົນສົ່ງມວນຊົນ ແລະ ແຕ່ລະຄອບຄົວໄດ້ຮັບອະນຸຍາດໃຫ້ສະມາຊິກພຽງ 1 ຄົນ ອອກໄປຊື້ອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໄດ້

ຫຼັງກວດພົບຄົນໃນເມືອງອັນຫຍາງ 2 ຄົນ ຕິດເຊື້ອສາຍພັນໂອໄມຄຣອນ ແລະ ຄາດວ່າເປັນກໍລະນີທີ່ເຊື່ອມໂຍງກັບຜູ້ຕິດເຊື້ອສາຍພັນໂອມີຄອນ 2 ຄົນທີ່ກວດພົບກ່ອນໜ້ານີ້ໃນນະຄອນທຽນຈີນ.

ລາຍງານລະບຸວ່າ ເມືອງອັນຫຍາງ ກາຍເປັນເມືອງທີ 3 ໃນປະເທດທີ່ລັອກດາວເຕັມຮູບແບບ ຕໍ່ເນື່ອງຈາກເມືອງຊີອານ ແລະ ເມືອງ ຢູໂຈ, ສົ່ງຜົນໃຫ້ຈໍານວນປະຊາຊົນທີ່ຢູ່ພາຍໃຕ້ການລັອກດາວໃນປະເທດເພີ່ມເກືອບ 20 ລ້ານຄົນ

Related Posts

Leave a Reply

Your email address will not be published. Required fields are marked *