AMATA ທຸ້ມເງິນລົງທຶນ 1 ຕື້ໂດລາ “AMATA SMART & ECO CITY” ໃນ ສປປ ລາວ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


AMATA ທຸ້ມເງິນລົງທຶນ 1 ຕື້ໂດລາ “AMATA SMART & ECO CITY” ໃນ ສປປ ລາວ.

ບໍລິສັດ AMATA ທຸ້ມເງິນລົງທຶນ ໃນເມືອງອຸດສາຫະກຳທັນສະໄໝ AMATA SMART & ECO CITY ໃນ ສປປ ລາວ ພາຍຫຼັງລັດຖະບານ ໄດ້ເຊັນສັນຍາອະນຸມັດສໍາປະທານເພື່ອພັດທະນາທີ່ດິນໃນເຂດເປົ້າໝາຍ ນາເຕີຍ. ແຂວງຫຼວງນຳ້ທາ ສຳເລັດ.

ວັນ​ທີ 13 ມັງກອນ 2022, ທ່ານ ວິກົມ ກົມ​ມະ​ດິດ ປະທານ​ຄະນະ​ບໍລິຫານ​ງານ​ບໍລິສັດ ອຳ​ມະ​ຕະ ​ຈຳກັດ ມະຫາຊົນ

ເປີດເຜີຍວ່າ ບໍລິສັດ ອຳມະຕະ ໄດ້ຮັບການອະນຸມັດສໍາປະທານ ໃນທີ່ດິນພັດທະນາ 410 ເຮັກຕາ (2,562.5 ໄຮ່) ຈາກລັດຖະບານ ສປປ ລາວເຮົາ ໂດຍໄດ້ເຊັນສັນຍາ ຮ່ວມກັນທັງສອງຝ່າຍເປັນທີ່ຮຽບຮ້ອຍ.

ການລົງທຶນໃນຄັ້ງນີ້ ຖືໄດ້ວ່າເປັນບາດກ້າວທີ່ສຳຄັນຂອງ ບໍລິສັດ ອຳມະຕະ AMATA ດ້ວຍການເປີດຕົວໂຄງການພັດທະນາທີ່ດິນແຫ່ງທຳອິດໃນ ສປປ ລາວ.

ພັດທະນາໂຄງການ Amata Smart and Eco City ທີ່ບ້ານນາເຕີຍ ໄລຍະທີ 1 ໃນຂອບເຂດເປົ້າໝາຍການລົງທຶນທັງໝົດ 200 ຕາລາງກິໂລແມັດ ຢູ່ ສປປ ລາວ, ດ້ວຍງົບປະມານພັດທະນາ 1 ຕື້ໂດລາ.

ພາຍໃຕ້ການຄຸ້ມຄອງຂອງບໍລິສັດ Amata City Lao Sole Company Limited (Amata City Lao Sole Company Limited) ເຊິ່ງ ບໍລິສັດ Amata ຖືຫຸ້ນ 100%.

ຂໍ້ມູນຈາກ:

AMATA ແລະ https://www.prachachat.net/economy/news-840890

Related Posts

Leave a Reply

Your email address will not be published. Required fields are marked *