WHO ກ່າວວ່າຈຳເປັນຕ້ອງປັບປຸງວັກຊີນ ເພື່ອຮັບມືກັບໄວຣັສກາຍພັນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


WHO ກ່າວວ່າຈຳເປັນຕ້ອງປັບປຸງວັກຊີນ ເພື່ອຮັບມືກັບໄວຣັສກາຍພັນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 13 ມັງກອນ 2022 ວ່າ ຄະນະກຳມະການຝ່າຍເຕັກນິກຂອງອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການລະບຸວ່າ: ຈຳເປັນຕ້ອງປັບປຸງວັກຊີນປ້ອງກັນໂຄວິດ-19 ທີ່ມີຢູ່ໃນຂະນະນີ້ ເພື່ອຮັບປະກັນວ່າ ມັນຈະມີປະສິດທິພາບໃນການຮັບມືກັບເຊື້ອໄວຣັສສາຍພັນໂອມີຄຣອນ ແລະ ເຊື້ອໄວຣັສສາຍພັນຊະນິດອື່ນໆໃນອະນາຄົດ.

@VŒ^ƒRƒƒiƒEƒCƒ‹ƒX‚̃ƒNƒ`ƒ“ÚŽí‚ðŽó‚¯‚é“s—§‹îž•a‰@‚̐Eˆõ‚T“úŒß‘OA“Œ‹ž“s•¶‹ž‹æi‘ã•\ŽB‰ej

ໃນຖະແຫຼງການລະບຸວ່າ: ຕ້ອງມີການປັບປຸງອົງປະກອບຂອງວັກຊີນຕ້ານໂຄວິດ-19 ເພື່ອໃຫ້ວັກຊີນສາມາດປ້ອງກັນການຕິດເຊື້ອ ແລະ ປ້ອງກັນໃນລະດັບທີ່ອົງການອະນາໄມໂລກແນະນຳ ຕະຫຼອດຮອດການຮັບມືກັບເຊື້ອສາຍພັນໂອມີຄຣອນ ແລະ ເຊື້ອສາຍພັນອື່ນໆໃນອະນາຄົດ.

ວັກຊີນຕ້ອງມີພູມຄຸ້ມກັນທີ່ຄອບຄຸມ, ເຂັ້ມແຂງ ແລະ ຍາວນານ ເພື່ອຫຼຸດຄວາມຈຳເປັນໃນການສັກວັກຊີນຊ້ຳ ຫຼື ເຂັມກະຕຸ້ນ, ດັ່ງນັ້ນ ການວາງແຜນຍຸດທະສາດດ້ານວັກຊີນຕ້ອງຫຼີກລ່ຽງການສັກວັກຊີນຊ້ຳຊະນິດເດີມ ເຊິ່ງອາດຈະບໍ່ ເໝາະສົມ ແລະ ບໍ່ກໍ່ໃຫ້ເກີດຜົນສຳເລັດທີ່ຍືນຍົງ.

ແນວໃດກໍຕາມ ໃນຖະແຫຼງການບໍ່ໄດ້ລະບຸເຖິງການພັດທະນາວັກຊີນ ເພື່ອຮັບມືກັບໂອມີຄຣອນໂດຍສະເພາະ ແຕ່ຊີ້ວ່າ ຈຳເປັນຕ້ອງມີການສຶກສາວິໄຈເພີ່ມເຕີມ ພ້ອມທັງຮຽກຮ້ອງໃຫ້ຜູ້ພັດທະນາວັກຊີນຈົ່ງແບ່ງປັນຂໍ້ມູນເຊິ່ງກັນ ແລະ ກັນ,

ການປັບປຸງວັກຊີນຕ້ອງມຸ່ງເນັ້ນໄປທີ່ການຮັບມືກັບໄວຣັສສາຍພັນຕ່າງໆ ຫຼື ການສ້າງວັກຊີນທີ່ມີ ຄວາມຫຼາກຫຼາຍທີ່ສາມາດຮັບມືກັບໄວຣັສຫຼາຍຊະນິດໃນເຂັມດຽວ.

Related Posts

Leave a Reply

Your email address will not be published. Required fields are marked *