Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທະນາຄານແຫ່ງ ສປປ ລາວ ອະນຸຍາດ 2 ບໍລິສັດໃຫ້ເປີດສູນຊື້ຂາຍຄຣິບໂຕ
ວັນທີ 14 ມັງກອນ 2022 ທະນາຄານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດບໍລິສັດທີ່ໄດ້ຮັບອະນຸຍາດທາງດ້ານຫຼັກການ ເພື່ອດຳເນີນທຸລະກິດສູນຊື້-ຂາຍເງິນຄຣິບໂຕ ຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະບັນດາຄະນະຄົ້ນຄວ້າອະນຸຍາດສູນຊື້-ຂາຍເງິນຄຣິບໂຕ ຈາກ ທຫລ, ກະຊວງເຕັກໂນໂລຊີແລະການສື່ສານ ແລະກະຊວງການເງິນ ເຂົ້າຮ່ວມ.
ພາຍໃນງານ ທ່ານ ສຸລິສັກ ທຳນຸວົງ ຫົວຫນ້າກົມຄຸ້ມຄອງລະບົບຊຳລະສະສາງ ຕາງຫນ້າຄະນະຄົ້ນຄວ້າໄດ້ລາຍງານຜົນຂອງການຄົ້ນຄວ້າແລະຄັດເລືອກ ໂດຍພາຍຫລັງ ລັດຖະບານໄດ້ອະນຸຍາດໃຫ້ສາມາດທົດລອງດຳເນີນທຸລະກິດທີ່ກ່ຽວຂ້ອງກັບຄຣິບໂຕໄດ້ ກໍມີບັນດາທຸລະກິດຫລາຍກວ່າ 30 ພາກສ່ວນ ໄດ້ຍື່ນສະເຫນີເຈດຈຳນົງການເປີດສູນຊື້-ຂາຍເງິນຄຣິບໂຕ ແຕ່ຜ່ານການພິຈາລະນາເງື່ອນໄຂຕາມຂໍ້ຕົກລົງວ່າດ້ວຍ ການທົດລອງດຳເນີນກິດຈະການຊື້-ຂາຍເງິນຄຣິບໂຕ ສະບັບເລກທີ 777/ທຫລ ລົງວັນທີ 13 ທັນວາ 2021 ແມ່ນເຫັນວ່າ ມີ 2 ພາກສ່ວນທີ່ຜ່ານເງື່ອນໄຂ ແລະມີຄວາມພ້ອມໃນການເປີດດຳເນີນການ ໂດຍປະກອບມີ:
- ກຸ່ມບໍລິສັດ ພົງຊັບທະວີ ແລະ ກຸ່ມບໍລິສັດ ເອໄອເອັຟ
- ບໍລິສັດ ບິດຄິກ ພາຍໃຕ້ ກຸ່ມບໍລິສັດ ເອັສເອັມຈີກຣຸບ ແລະ ທະນາຄານຮ່ວມພັດທະນາ
ພາຍຫລັງການປະກາດ ບັນດາບໍລິສັດທີ່ໄດ້ຮັບອະນຸຍາດ ກໍໄດ້ຮັບຟັງຄຳເຫັນຈາກທ່ານ ຜູ້ວ່າທະນາຄານແຫ່ງ ສປປ ລາວ ແລະຕ້ອງໄດ້ດຳເນີນການໃຫ້ຖືກຕ້ອງເພື່ອເປີດດຳເນີນງານຕາມລະບຽບແລະເງື່ອນໄຂທີ່ ລັດຖະບານກຳນົດໄວ້. ນອກນັ້ນຈຸດປະສົງຂອງພິທີດັ່ງກ່າວກໍແມ່ນ ເພື່ອສື່ສານໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈ ເຖິງທິດຊີ້ນຳຂອງລັດຖະບານໃນວຽກງານດັ່ງກ່າວ ແລະໃຫ້ສັງຄົມໄດ້ຮັບຊາບວ່າມີພຽງ 2 ພາກສ່ວນເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ທົດລອງດຳເນີນກິດຈະການຈາກລັດຖະບານ.
ນັບໄດ້ວ່າເປັນບາດກ້າວໃຫມ່ຂອງນັກລົງທຶນຊາວລາວ ທີ່ຈະໄດ້ມີແພລັດຟອມໃນການຊື້-ຂາຍເງິນຄຣິບໂຕຢ່າງຖືກກົດຫມາຍ ໂດຍມີການກວດສອບແລະຄຸ້ມຄອງຈາກລັດຖະບານ ເພື່ອໃຫ້ຫມັ້ນໃຈໄດ້ວ່າ ນັກລົງທຶນຈະບໍ່ຕົກຢູ່ໃນຄວາມສ່ຽງຂອງການຖືກຕົວະຍົວະຫລອກລວງ ເຮັດໃຫ້ນັກລົງທຶນໄດ້ລົງທຶນຢ່າງໝັ້ນໃຈ ແລະທີ່ສຳຄັນສາມາດນຳໃຊ້ເງິນກີບ ແລະເງິນຕາ ຊື້-ຂາຍຄຣິບໂຕໄດ້ຜ່ານລະບົບທະນາຄານຢ່າງສະດວກສະບາຍ.
ສຳລັບການເປີດນຳໃຊ້ຕົວຈິງ ກໍຄິດວ່າທາງພາກສ່ວນທີ່ກ່ຽວຂ້ອງທັງສອງ ຈະມີການປະກາດແລະຖະແຫລງຂ່າວແຜນການເປີດໃຫ້ບໍລິການໃນມໍ່ໆນີ້ ກໍຕ້ອງຖ້າຕິດຕາມກັນ. ນັບວ່າເປັນຂ່າວດີຮັບຕົ້ນປີສຳລັບນັກເທຣດຄຣິບໂຕຊາວລາວ ທີ່ຈະໄດ້ເທຣດຢ່າງສະດວກສະບາຍ ແລະຫມັ້ນໃຈ.
ຂໍ້ມູນ Lao X