ກວດພົບເຫັນພະນັກງານ ມີການສໍ້ລາດບັງຫຼວງ 9 ເປົ້າໝາຍ ສ້າງຄວາມເສຍຫາຍ ຫຼາຍສິບຕື້ ກີບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກວດພົບເຫັນພະນັກງານ ມີການສໍ້ລາດບັງຫຼວງ 9 ເປົ້າໝາຍ ສ້າງຄວາມເສຍຫາຍ ຫຼາຍສິບຕື້ ກີບ.

ກອງປະຊຸມສະໄໝສາມັນ​ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນະເຂດ​ ຊຸດທີ 2 ໃນພາກເຊົ້າວັນທີ 13 ມັງກອນ 2022​ ໄດ້ຮັບຟັງການພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກຂອງອົງການກວດສອບປະຈຳພາກກາງ ແລະ ອົງການກວດກາລັດແຂວງ.

ທ່ານ ລຳທອງ ຂອບສີລາວົງ ກຳມະການປະຈຳພັກແຂວງ ປະທານອົງການກວດກາພັກ-ລັດແຂວງ ຜ່ານບົດລາຍງານການເຄື່ອນໄຫວວຽກງານກວດກາປະຈຳປີ 2021 ຂອງແຂວງສະຫວັນະເຂດ​ ວ່າ:​

ໄດ້ສືບຕໍ່ຕິດຕາມກວດກາການລົງທຶນຂອງລັດເລີ່ມແຕ່ຫົວທີ ຈຳນວນ 7 ໂຄງການ ເປັນການລົງທຶນຂອງຕ່າງປະເທດ ແລະ ທຶນກູ້ຢືມ ລວມມູນຄ່າ 47 ລ້ານ 7​ ແສນ 40 ພັນໂດລາສະຫະລັດ ຈັດຕັ້ງປະຕິບັດສຳເລັດ​ ແລະ​ ອີກ 6 ໂຄງການ ເຊິ່ງເປັນການລົງທຶນພາຍໃນ

ລວມມູນຄ່າການກໍ່ສ້າງຕາມສັນຍາ 1​ ພັນ 67​ ຕື້ກ່ວາກີບ ມູນຄ່າປະຕິບັດໄດ້ທັງໝົດ 391 ຕື້ກ່ວາກີບ, ຜ່ານການຕິດຕາມກວດກາເຫັນວ່າ ມີໂຄງການຈຳນວນໜຶ່ງ ບໍ່ທັນສອດຄ່ອງກັບລະບຽບກົດໝາຍ,

ທາງອົງການກວດກາລັດແຂວງ ກໍໄດ້ແນະນຳໃຫ້ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງປັບປຸງແກ້ໄຂຄືນ ຕໍ່ບັນຫາທີ່ຄົງຄ້າງ. ການຄິດຕາມກວດກາຕາມຄຳສັ່ງທັງໝົດ 5 ເປົ້າໝາຍ ກວດກາສຳເລັດ 1 ເປົ້າໝາຍ ຍັງສືບຕໍ່ກວດກາ 4 ເປົ້າໝາຍ.

ໄດ້ດຳເນີນການກວດກາ ການບໍລິຫານລັດ,ການສືບສວນ-ສອບສວນ ໄດ້ພົບເຫັນພຶດຕິກຳ ການສວຍໃຊ້ໜ້າທີ່ຕຳແໜ່ງ ຂອງສະມາຊິກພັກ ພະນັກງານ ສໍ້ລາດບັງຫຼວງ ຈຳນວນ 9 ເປົ້າໝາຍ

ເຊິ່ງໄດ້ສ້າງຜົນເສຍຫາຍ ທັງໝົດ 34,891 ຕື້ກີບ,​ 52.​590.​840 ບາດ ແລະ 1​ ແສນກວ່າໂດລາ,​ສາມາດເກັບກູ້ໄດ້ແລ້ວ 3,383 ຕື້ກີບ ຍັງຄ້າງ 31,507 ຕື້ກີບ , 52.​590.​000​ ບາດ ກັບ​ 1​ ແສນກວ່າໂດລາ.

ທີ່ມາຂ່າວ: Medialao

Related Posts

Leave a Reply

Your email address will not be published. Required fields are marked *