ລັດຖະບານ ອະນຸມັດໃຫ້ 19 ບໍລິສັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລັດຖະບານ ອະນຸມັດໃຫ້ 19 ບໍລິສັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ

ລັດວິສາຫະກິດພັດທະນາແຮ່ທາດລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມື ກັບ ບໍລິສັດ Hong Kong Tianyunda International Trade Co.Ltd ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງໂຮງງານຫຼອມເຫຼັກກ້າ ລາວ-ຈີນ ຢູ່ເຂດເສດຖະກິດພິເສດແຂວງຄໍາມ່ວນ, ຢູ່ເມືອງທ່າແຂກ ໃນເນື້ອທີ່ 126 ເຮັກຕາ ໃນໄລຍະເວລາ 8 ເດືອນ ເລີ່ມ 22/7/2021 ເຖິງ 21 /3/2022.

ສໍາລັບການຖືຮຸ້ນຂອງ ລັດວິສາຫະກິດພັດທະນາແຮ່ທາດລາວ ແມ່ນ 20% ເປັນມູນຄ່າ 240 ລ້ານຢວນ ຫຼື 38.4 ລ້ານໂດລາ, ສ່ວນບໍລິສັດ Hong Kong Tianyunda International Trade Co.Ltd ແມ່ນ 80% ເປັນມູນຄ່າ 960 ລ້ານຢວນ 153.6 ລ້ານໂດລາ.

ພ້ອມກັນນັ້ນ, ລັດຖະບານກໍໄດ້ອະນຸມັດໃຫ້ 19 ບໍລິສັດ 19 ກິດຈະການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ.

ໃຫ້ຈັດຕັ້ງປະຕິບັດໂຄງການທົດລອງແຮ່ທາດ (ໄລຍະ 3 ປີ) ຊຶ່ງມາຮອດເດືອນ 10/ 2021 ໄດ້ມີຜູ້ສົນໃຈ ແລະ ຍິນດີປະຕິບັດເງື່ອນໄຂ ປະມານ 201 ໂຄງການ; ໃນນັ້ນ, ແຮ່ເຫຼັກ 167 ໂຄງການ, ແຮ່ຄໍາ 17 ໂຄງການ, ແຮ່ຄໍາຕົກຂ້ອນ 10 ໂຄງການ ແລະ ແຮ່ອື່ນໆ 8 ໂຄງການ. ສາມາດເຊັນສັນຍາແລ້ວ 16 ໂຄງການ (ສະເພາະແຮ່ເຫຼັກ) ແລະ ມອບເງິນລ່ວງໜ້າເຂົ້າງົບປະມານ 23.20 ລ້ານໂດລາ.

ນອກນີ້, ຍັງໄດ້ປັບປຸງກົນໄກ, ຂັ້ນຕອນການສ້າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໃນໂຄງການຕ່າງໆ ໃຫ້ກະທັດຮັດ; ສໍາເລັດຄູ່ມືແນະນໍາດ້ານວິຊາການກ່ຽວກັບການສ້າງແຜນຄຸ້ມຄອງ ແລະ

ຕິດຕາມກວດກາສິ່ງແວດລ້ອມ ສໍາລັບໂຄງການພັດທະນາແຮ່ທາດໃນໄລຍະເຮັດການທົດລອງ; ສໍາເລັດການຈັດສັນງົບປະມານ ຕິດຕາມກວດກາ ແຜນຄຸ້ມຄອງສິ່ງແວດ ລ້ອມໂຄງການລົງທຶນ ເພື່ອຈັດຈ້າງຊ່ຽວຊານ ໃນປີ 2022.

ຂໍ້ມູນ ວິທະຍຸຊາວໜຸ່ມ FM 90

Related Posts

Leave a Reply

Your email address will not be published. Required fields are marked *