Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ປະເທດທຸກຍາກ ປະຕິເສດ ຮັບວັກຊິນ ປ້ອງກັນ ໂຄວິດ-19 ໃກ້ໝົດອາຍຸ
ຂປລ. ອ້າງຕາມແຫລ່ງຂ່າວ ຈາກບຣາຊີນ, ວັນທີ 14 ມັງກອນ 2022, ອົງການ ກອງທຶນ ເພື່ອເດັກ ແຫ່ງສະຫະ ປະຊາຊາດ (UNICEF) ເປີດເຜີຍວ່າ:
ປະເທດ ທຸກຍາກ ທົ່ວໂລກ ປະຕິເສດ ຮັບວັກຊິນ ປ້ອງກັນ ໂຄວິດ-19 ທີ່ໃກ້ ໝົດອາຍຸ ຫລາຍກວ່າ 100 ລ້ານໂດສ ທີ່ ແຈກຢາຍ ຜ່ານໂຄງການໂຄແວັກ (Cowax). ຕົວເລກ ວັກຊິນ ທີ່ ຕ້ອງປະຕິເສດໄປ ເປັນຈຳນວນ ຫລວງຫລາຍນີ້ ສະແດງໃຫ້ເຫັນເຖິງ ຄວາມຫຍຸ້ງຍາກ ໃນການ ສັກວັກຊິນ ໃຫ້ແກ່ ປະຊາກອນໂລກ.
ຂະນະທີ່ ວັກຊິນ ປ້ອງກັນໂຄວິດ-19 ໃກ້ໝົດອາຍຸ ປະມານ 15,5 ລ້ານໂດສ ຖືກນຳໄປທຳລາຍແລ້ວ./.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ