Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສູ້ຊົນດຳລົງຊີວິດປົກກະຕິແບບໃໝ່-New Normal,ພວກເຮົາຢູ່ກັບໂຄວິດ ແລ້ວ !
…ຊ່ວງນີ້ ໂຄວິດກຳລັງລະບາດໃນຊຸມຊົນຢ່າງກ້ວາງຂວາງໃນປະເທດເຮົາ
…ດັ່ງນັ້ນ,ການມີຢາ 6 ຊະນິດ ໄວ້ປະຈຳຄອບຄົວແມ່ນເປັນສິ່ງຈຳເປັນ,
ໃນກໍລະນີ ຖ້າທ່ານຮູ້ສືກມີອາການຂອງການຕິດເຊື້ອໂຄວິດ ເຊ່ນ ເປັນໄຂ້ ເຈັບ-ແສບຄໍ ດັງບໍ່ຮູ້ກິ່ນ ລີ້ນບໍ່ຮູ້ລົດຊາດ ແຕ່ຢູ່ໄກບອ່ນກວດເຊື້ອ ຫຼືໂຮງໝໍ…
✍️ຜ່ານປະສົບການຕົວຈິງ,ຂໍອະນຸຍາດແນະນຳ ແລະອະທິບາຍການນຳໃຊ້ຢາກິນປອ້ງກັນ ແລະປິ່ນປົວໂຄວິດທີ່ຢູ່ນອກສູນກັກກັນແລະໂຮງໝໍ ໝາຍວ່າຢູ່ເຮືອນ (Home Isolation )ການເດີນທາງໄປໄກ ໃຫ້ມີໄວ້ປະຈຳຕົວດັ່ງນີ້ ຄືໃຫ້ມີ 👇🏿👇🏿👇🏿:
1-ປາຣາເຊຕາໂມນ/Paracetamol500ກິນ 1-2 ເມັດ ທຸກໆ 4 ຊົ່ວໂມງ ຖ້າຫາກມີອາການໄຂ້ ,ກິນເພື່ອແກ້ໄຂ້

2-ແກ້ໄຂ້ຫວັດ-Kaekaiwad/ດີຫວັດ-Deewad👉ຢາ 2 ຊະນິດນີ້ໃຊ້ແທນກັນໄດ້ ຖ້າບໍມີ ດີຫວັດ ກໍໃຊ້ ແກ້ໄຂ້ຫວັດແທນ\ຖ້າບໍ່ມີ ແກ້ໄຂ້ຫວັດ ໃຫ້ໃຊ້ ດີຫວັດແທນ ເພາະວ່າ ຕົວຢາທີ່ເປັນສ່ວນປະກອບ ແລະປະລິມານກໍຄືການອອກລິດແມ່ນຄືກັນ !

ກິນ 1ເມັດຕໍ່ເທື່ອ ,ມື້ໜຶ່ງ 3ເທືອ່ (1×3 )ກິນເພື່ອແກ້ໄອ ຂັບໄລ່ຂີ້ກະເທີ້ ອາການໄອຈະດີຂຶ້ນ( ໃຊ້ຢາຊະນິດອື່ນທີ່ມີລິດຄືກັນແທນໄດ້…Bromhexin,Bisovone…)

3-ເຟນາໂຄນ-Phenacoldທີ່ມີເດັກສະໂຕຼເມທໍຟານ/Dextromethorphanເປັນສ່ວນປະກອບ ທຳມະດາຢານີ້ບໍ່ໃຫ້ກິນ ແຕ່ກີນໃນກໍລິນີມີການໄອແບບບໍ່ຢຸດ ໄອຕະຫຼອດ ເຮັດໃຫ້ພັກຜອ່ນນອນບໍ່ໄດ້ ກິນແລ້ວອາການໄອຈະຫຼຸດລົງ,ກິນກອ່ນຈະນອນ( ໃຊ້ຢາຊະນິດອື່ນທີ່ລິດຄືກັນແທນໄດ້)

4-ຄະລໍເຟນີລາມີນ/Chlorphenilamineກິນ ເທື່ອລະ 1ເມັດ ,ມື້ໜຶ່ງກິນ 3 ເທື່ອ(1×3) ກິນເພື່ອບໍ່ໃຫ້ນໍ້າມູກຍອ້ຍ ບໍ່ໃຫ້ຈາມ ແກ້ແພ້ ,ແຕ່ຢານີ້ ກິນແລ້ວມີອາການງ່ວງນອນ,ນອກນັ້ນກໍມີ ຟີນາເຟັກ-Fenafex ແກ້ແພ້ທີ່ເຮັດໃຫ້ບໍ່ຢາກນອນ
5-ວິຕາມິນຊີ /VitamineC500mgກິນ ເທື່ອລະ1 ເມັດ,ກິນມື້ໜຶ່ງ 2 ເທື່ອ(1×2),ມື້ໜຶ່ງ ບໍ່ໃຫ້ເກີນ 3000ມກ(6 ເມັດ)ຢານີ້ເປັນທັງຢາແລະອາຫານເສີມ ກິນ ກິນເພື່ອເພີ່ມພູມຄຸ້ມກັນເພື່ອຕ້ານກັບເຊື້ອໂຄວິດ ນອກນັ້ນຍັງເຮັດໃຫ້ຜິວພັນນຸ່ມງົດງາມ,ຫຍໍ້າໃຫ້ມຸ່ນແລ້ວກືນດື່ມນໍ້າອຸ່ນລົງໃສ່ແມ່ນວິທີທີ່ໄດ້ຜົນດີທີ່ສຸດ !

6-ລາຊາບີ/Roi des amères/King of bitters ເປັນຢາພື້ນເມືອງຊຶ່ງມີທາດຢາ Andrographolide ທີ່ມີລິດຂ້າເຊືອ້ໄວລັດໂຄວິດໂດຍກົງ.

ກິນ 2ແຄບຕໍ່ເທື່ອ 2 ເທື່ອຕໍ່ມື້,ແຕ່ໃຫ້ກິນບໍ່ເກີນ5-7 ມື້,ໃນກໍລະນີບໍ່ມີຢານີ້ທີ່ບັນຈຸໃສ່ແຄບຊູນ,ໃຫ້ເດັດເອົາຍອດ ລາຊາບີ ຫຍໍ້າກິນດິບ ແລ້ວດື່ມນໍ້າອຸ່ນເພື່ອໃຫ້ຢານີ້ຊຸເຊື້ອທີ່ຢູ່ໃນຜົ້ງປາກແລະລຳຄໍ(ຊຶ່ງຢູ່ໄດ້ເຖິງ 4 ມື້)ລົງສູ່ກະເພາະອາຫານ ໝາຍວ່າ ເຊື້ອບໍ່ມີສິດເຂົ້າປອດ !
ນອກນັ້ນ ກິນກະຊາຍ ແລະ ຄາວທອງ ໄປພອ້ມກັນກໍໄດ້
ຂໍ້ແນະນຳທີ່ສຳຄັນ :
👉ສ່ວນຢາ ໂມລາໂຄເວຍ/Molacovir 200mg ແມ່ນ ສະເພາະ ” ຜູ້ຕິດເຊື້ອແລ້ວ ” ເທົ່ານັ້ນຈຶ່ງກິນ,ຢານີ້ບໍ່ມີລິດປອ້ງກັນໂຄວິດແຕ່ຢ່າງໃດ ,ດັ່ງນັ້ນ ຄວນຫຼີກເວັ້ນການຊື້ໄປແຮໄວ້ຫຼືເພື່ອປອ້ງກັນ…ອັນສຳຄັນ ” ກະລຸນາຢ່າຊື້ໄປຂາຍເກີນລາຄາເອກກະພາບກຳໜົດຂອງກົມອາຫານ ແລະຢາ ຄື ສີ່ແສນກີບ ” !

….ໝໍຂົງ ຂໍອວຍພອນໃຫ້ທຸກທ່ານຈົ່ງໂຊກດີ ປອດ ແລະປາສະຈາກໂຄວິດ ຊີວິດສະສົດໄສ 🙏🙏🙏

ທີ່ມາ
