ທະນາຄານກາງ ສ.ອາເມລິກາ ກຽມປັບຂຶ້ນ ອັດຕາດອກເບ້ຍ ສະກັດເງິນເຟີ້

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ທະນາຄານກາງ ສ.ອາເມລິກາ ກຽມປັບຂຶ້ນ ອັດຕາດອກເບ້ຍ ສະກັດເງິນເຟີ້

ຕາມ​ຂ່າວ​ຈາກ ​ນະຄອນ​ຫລວງ ວໍ​ຊີງ​ຕັນ, ວັນ​ທີ 14 ​ມັງກອນ 2022, ທະນາຄານ​ກາງ ສ.ອາ​ເມ​ລິ​ກາ ຢືນຢັນ ​ກຽມປັບ​ຂຶ້ນ ອັດຕາ ​ດອກ​ເບ້ຍ ​ເພື່ອສະກັດ​ກັ້ນ ລາຄາ​ ສິນຄ້າ ​ພາຍໃນ ​ປະ​ເທດ ທີ່​ເພີ່ມ​ຂຶ້ນສູງ​ສຸດ​​

ໃນ​ຮອບ 4 ​ທົດ​ສະ​ວັດ ພາຍຫລັງ ສຳນັກງານ ​ສະຖິຕິ​ ແຫ່ງ​ຊາດ​ ຂອງ​ ສ.ອາ​ເມ​ລິ​ກາ ລາຍ​ງານ​ ດັດສະນີ ຜູ້​ບໍລິ​ໂພ​ກ (CPI) ບໍ່​ລວມ ສິນຄ້າ ​ອາຫານ​ສົດ ​ແລະ ​ນ້ຳມັນ ​ເຊື້​ອໄຟ ​ເຊິ່ງມີ​ການ​ປ່ຽນ​ແປງ​ ເພີ່ມສູງ​ຂຶ້ນ 7% ​ເມື່ອ​ທຽບ​ໃສ່​ ລາຍ​ປີ ​ໃນ​ເດືອນ ​ທັນວາ ​ທີ່​ຜ່ານ​ມາ ​ເປັນຕົວເລກ ​ສະຖິຕິ​ ສູງ​ທີ່​ສຸດ ​ນັບ​ຕັ້ງແຕ່​ ເດືອນ​ມິຖຸນາ ​ປີ 1982.

ສ່ວນ​ດັດສະນີ ລາຄາ​ ຜູ້​ຜະລິດ (PPI) ທີ່​ປັບ​ໂຕ​ສູງ​ຂຶ້ນ 9,7%​ເມື່ອ​ທຽບ​ໃສ່​ ແບບ​ລາຍ​ປີ ​ເປັນ​ລະດັບ​ ສູງ​ສຸດ​ ນັບ​ຕັ້ງ​ແຕ່​ ເດືອນ​ພະຈິກ​ ປີ 2010. ທ່ານ ​ເຈີ​ໂຣມ ພາວ​ເວລ (Jerome Powell) ປະທານ ​ທະນາຄານ​ກາງ ສ.ອາ​ເມ​ລິ​ກາ (​Fed ) ສົ່ງ​ສັນຍານ​ ກຽມ​ປັບ​ຂຶ້ນ ​ອັດຕາ​ ດອກ​ເບ້ຍ ​ນະ​ໂຍບາຍ ​ເພື່ອສະກັດ​ກັ້ນ ອັດຕາ​ ເງິນ​ເຟີ້ ​ທີ່​ເພີ່ມ​ຂຶ້ນ ​ແລະ ​ຄວບ​ຄຸມ ລາຄາ ​ສິນຄ້າ ​ໂດຍ​ຢືນຢັນວ່າ ​ເສດຖະກິດ ​ໃນ​ພາບ​ລວມ ຈະ​ບໍ່​ໄດ້​ຮັບ ​ຜົນ​ກະທົບ.

ຂະນະ​ທີ່ ທ່ານ ​ໂຈ ​ໄບ​ເດນ,ປະທານາທິບໍດີ ສ.ອາ​ເມ​ລິ​ກາ ກ່າວ​ເຖິງ​ ອັດຕາ​ ເງິນ​ເຟີ້ ທີ່ ​ສ.ອາ​ເມ​ລິ​ກາ ພວມ​ຜະ​ເຊີນວ່າ ​ເປັນຄວາມ​ທ້າ​ທາຍ​ ລະດັບ​ດຽວ​ກັບ​ ທີ່​ຫລາຍ​ປະ​ເທດ ພວມ​ຜະ​ເຊີນ ​ເຊັ່ນ​ກັນ ​ເຊິ່ງ​ເປັນ ​ກົນ​ໄກ ທີ່​ຕ້ອງ​ເກີດ​ຂຶ້ນ ຫລັງ​ເສດຖະກິດ ຜ່ານ​ຜ່າ​ ຜົນ​ກະທົບ​ ຈາກການ ​ແພ່​ລະບາດ ຄັ້ງ​ໃຫຍ່ ​ຂອງ​​ໂຄ​ວິດ-19.

ຂໍ້ມູນ ຂປລ

Related Posts

Leave a Reply

Your email address will not be published. Required fields are marked *