ປກສ ເມືອງນາຊາຍທອງ ແກ້ໄຂຮ້ານກິນດື່ມ ດໍາເນີນທຸລະກິດ ບໍ່ຖືກຕ້ອງຕາມກົດໝາຍ ***

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


*** ປກສ ເມືອງນາຊາຍທອງ ແກ້ໄຂຮ້ານກິນດື່ມ ດໍາເນີນທຸລະກິດ ບໍ່ຖືກຕ້ອງຕາມກົດໝາຍ ***

ເວລາ 22:30 ໂມງ ວັນທີ 13 ມັງກອນ 2022, ກອງບັນຊາການ ປກສ ເມືອງນາຊາຍທອງ ນວ, ລົງກວດກາ, ແກ້ໄຂ ບັນດາຮ້ານກິນດື່ມ ທີ່ມີສາວບໍລິການ ຈໍານວນ 8 ຮ້ານ;

ເຊິ່ງເປັນການດໍາເນີນບໍລິການກິນດື່ມບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຈຶ່ງໄດ້ເຊີນເອົາຜູ້ປະກອບການ 6 ຄົນ, ພ້ອມສາວບໍລິການ 28 ຄົນ, ມາສຶກສາອົບຮົມ ແລະ ບັນທຶກປະຫວັດການເຄື່ອນໄຫວ.

ຕໍ່ກັບເຫດການດັ່ງກ່າວນີ້ ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ສຶກສາອົບຮົມແນະນໍາຜູ້ປະກອບການໃຫ້ດໍາເນີນທຸລະກິດຢ່າງຖືກຕ້ອງ, ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ. ສ່ວນບັນດາສາວບໍລິການ ກໍໄດ້ແນະນໍາໃຫ້ກັບຄືນຖິ່ນຖານບ້ານເກີດ ເພື່ອຊອກຫາປະກອບອາຊີບທີ່ມັນຖືກຕ້ອງ.

ຂ່າວຈາກ: ປ້ອງກັນຄວາມສະຫງົບ ນະຄອນຫລວງ ວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *