ເຈັບທ້ອງມາເປັນເວລາ 20 ປີ ຫຼັງຮູ້ສາເຫດເກືອບຊອ໋ກ ໝໍລືມມີດຕັດໄວ້ໃນທ້ອງຈາກການຜ່າຕັດເມື່ອ 20 ປີຜ່ານມາແລ້ວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເຈັບທ້ອງມາເປັນເວລາ 20 ປີ ຫຼັງຮູ້ສາເຫດເກືອບຊອ໋ກ ໝໍລືມມີດຕັດໄວ້ໃນທ້ອງຈາກການຜ່າຕັດເມື່ອ 20 ປີຜ່ານມາແລ້ວ

UNB News ລາຍງານເລື່ອງລາວຂອງ ບາເຊນ່າ ຄາທຸນ ອາຍຸ 55 ປີ ທີ່ເຈັບບໍລິເວນທ້ອງຕໍ່ເນື່ອງເປັນເວລາ 20 ປີ ນັບຕັ້ງແຕ່ທີ່ລາວໄດ້ເຂົ້າຮັບການຜ່າຕັດນິ່ວຖົງນໍ້າດີ ທີ່ຄຣີນິກແຫ່ງໜື່ງໃນເມືອງ ຊົວດັນກາ ປະເທດບັງກະລາເທດໃນປີ 2003

ຫຼັງຈາກນັ້ນຜ່ານໄປ 2-3 ມື້ ລາວເລີ່ມມີອາການປວດທ້ອງ ເມື່ອເມື່ອກັບໄປທີ່ຄຣີນິກດ່ັງກ່າວ ແຕ່ໝໍກັບບອກລາວວ່າເປັນເລື່ອງປົກກະຕິຈາກຫຼັງການຜ່າຕັດ ແລະບໍ່ຕ້ອງເປັນກັງວົນໄປ ແຕ່ອາການເຈັບທ້ອງຂອງລາວກໍ່ບໍ່ດີຂື້ນເລີຍ ແລະ ລາວກໍ່ປ່ຽນໄປຮັກສາກັບໝໍອື່ນແຕ່ສຸດທ້າຍລາວກໍ່ໄດ້ຮັບຍາຕາມໃບສັ່ງເພື່ອບັນເທົາອາການປວດເທົ່ານັ້ນ ຕະຫຼອດຫຼາຍປີທີ່ຜ່ານມາ

ລາວຈຳເປັນຕ້ອງຂາຍງົວ 2 ໂຕທີ່ເປັນຊັບສິນສຸດທ້າຍ ເພື່ອນຳເງີນມາຮັກສາ ແລະ ເປັນຄ່າຍາ ແຕ່ສຸດທ້າຍລາວກໍ່ຍອມຈຳນົນກັບຄວາມເຈັບປວດຍອມເຮັດຕາມຄຳແນະນຳຂອງແພດ ແລະ ເຂົ້າຮັບການເອັັກສເຣກ່ອນຈະພົບກັບພາບສຸດຊອ໋ກ

ເພາະພາຍໃນທ້ອງຂອງລາວນັ້ນມີມີດຕັດ 1 ອັນຢູ່ໃນທ້ອງຂອງລາວ ເຊີ່ງແພດກໍ່ພະຍາຍາມຢ່າງໜັກເພື່ອທີ່ຈະຜ່າຕັດເອົາມີດຕັດອອກມາ ໂດຍຕອນນີ້ລາວກຳລັງຢູ່ໃນລະຫວ່າງການພັກຟື້ນຮັກສາໂຕ

🔺ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ

Related Posts

Leave a Reply

Your email address will not be published. Required fields are marked *