Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວິທີ “ຫ້າມເລືອດ” ທີ່ຖືກຕ້ອງ
ການບາດເຈັບໃດໆກໍຕາມ ເຖິງຈະເຫັນພຽງແຕ່ບາດແຜພາຍນອກເລັກໜ້ອຍ ແຕ່ອາດເປັນສາເຫດໃຫ້ອະໄວຍະວະພາຍໃນບາດເຈັບເຖິງຂັ້ນຮຸນແຮງໄດ້ ແລະ ເຮັດໃຫ້ເລືອດອອກຫຼາຍຈົນຊ໊ອກ ຫຼື ຮ້າຍແຮງໄປກວ່ານັ້ນ ຖ້າຫາກປ່ອຍໃຫ້ຜູ້ປ່ວຍມີເລືອດໄຫຼຢ່າງບໍ່ຢຸດ. ສະນັ້ນ, ເຮົາຄວນຮຽນຮູ້ວິທີຫ້າມເລືອດທີ່ຖືກຕ້ອງ ດັ່ງນີ້:
1. ຕ້ອງຄຳນຶງເຖິງຄວາມປອດໄພຂອງໂຕເອງກ່ອນ ແລະ ປ້ອງກັນການຕິດເຊື້ອ ໂດຍໃສ່ຖົງມືຢາງ ຫຼື ຊອກຫາວັດສະດຸໃກ້ໂຕເຊັ່ນ ຖົງປຼາສຕິກ ມາຫຸ້ມມືໄວ້.
2. ບາດແຜນ້ອຍ ໃຫ້ກົດໂດຍກົງລົງເທິງບາດແຜ, ຖ້າຫາກບາດແຜໃຫຍ່ໃຫ້ໃຊ້ຝາມືກົດປາຍບາດແຜໄວ້, ແຕ່ວິທີ ທີ່ດີທີ່ສຸດຄື ໃຊ້ຜ້າສະອາດພັບໜາໆ ແລ້ວກົດລົງເທິງບາດແຜ, ຖ້າຫາກເປັນກໍລະນີສຸກເສີນ ໃຫ້ໃຊ້ເສື້ອຜ້າ ຫຼື ຜ້າເຊັດໜ້າ ຖ້າບໍ່ມີແທ້ໆ ກໍໃຫ້ໃຊ້ຝາມືກົດລົງໄປຊື່ໆດົນປະມານ 10 ນາທີ.
3. ຖ້າຫາກມີຜ້າຍືດ ໃຫ້ໃຊ້ຜ້າຍືດພັນທັບຜ້າທີ່ປິດກົດບາດແຜໄວ້.
4. ແຕ່ຖ້າເລືອດອອກຫຼາຍ ຢ່າເສຍເວລາປົວບາດແຜ ໂດຍໃຫ້ໃຊ້ມືກົດບາດແຜ ພ້ອມທັງຍົກສ່ວນນັ້ນໃຫ້ສູງຂຶ້ນເໜືອລະດັບຫົວໃຈ.
