ບົດຟ້ອນມວຍລາຍລາວ “ນາລີແພງເນື້ອ” ສ້າງຄວາມພາກພູມໃຈໃຫ້ກັບລາວ ຄວ້າອັນດັບ 2 ຂອງໂລກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ບົດຟ້ອນມວຍລາຍລາວ “ນາລີແພງເນື້ອ” ສ້າງຄວາມພາກພູມໃຈໃຫ້ກັບລາວ ຄວ້າອັນດັບ 2 ຂອງໂລກ

ພິທີມອບໃບຢັ້ງຢືນໃຫ້ກັບນັກກີລາມວຍລາຍລາວ ທີ່ເຂົ້າຮ່ວມການແຂ່ງຂັນສະແດງສີລະປະການປ້ອງກັນຕົວໂລກລາຍການ Online World Martial Arts 2021

ທ່ານ ຂັນທະລີ ໂພທິສານ ຮອງປະທານສະຫະພັນມວຍລາວແຫ່ງຊາດ ສະຫຼຸບລາຍການແຂ່ງຂັນທາງອອນລາຍOnline World Martial Arts ລະຫວ່າງວັນທີ 29 ຕຸລາ – 2 ພະຈິກ 2021 ເຊິ່ງລາຍການນີ້ແມ່ນຈະຈັດຂຶ້ນທີ່ ສ. ເກົາຫຼີ ພາຍໃຕ້ການດູແລຂອງ ສະຫະປະຊາຊາດ ເຊິ່ງມີສະມາຊິກທັງໝົດ 40 ກວ່າປະເທດ,

“ ໂດຍເດັ່ນທີ່ສຸດແມ່ນພວກເຮົາສາມາດຍາດໄດ້ອັນດັບ 2 ຂອງໂລກ ປະພດຄູ່ປະສົມຍິງ-ຊາຍ ຈາກ ທ້າວ ອານຸສອນ ວັນນະລາດ ກັບ ນາງອິນທິລາ ບຸດສິງຄຳ ໃນບົດຟ້ອນມວຍລາຍລາວ ນາລີແພງເນື້ອ

ເຊິ່ງເປັນຄວາມພາກພູມໃຈຂອງສະຫະພັນພວກເຮົາ ແລະ ຊາວລາວທັງປະເທດ ໂດຍອາຈານສອນແມ່ນ ອາຈານ ພິລາວັນ ຈັນທະກາລີ ເປັນຜູ້ສອນ ແລະ ຂ້າພະເຈົ້າເປັນຜູ້ອອກແບບທ່າຕ່າງໆໃນບົດຟ້ອນ ນາລີແພງເນື້ອ ” ທ່ານ ຂັນທະລີ ໂພທິສານ ກ່າວ.

ຊົມຄຼິບ

ຂໍ້ມູນ ເສດຖະກິດ ການຄ້າ

Related Posts

Leave a Reply

Your email address will not be published. Required fields are marked *