ກຽມເປີດສູດວັກຊີນຊະນິດໃໝ່ ມີປະສິດທິພາບ 90% ລາຄາບໍ່ແພງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກຽມເປີດສູດວັກຊີນຊະນິດໃໝ່ ມີປະສິດທິພາບ 90% ລາຄາບໍ່ແພງ

ເວັບໄຊເດີກາດຽນລາຍງານວ່າ ນັກວິທະຍາສາດໃນລັດເທັກຊັສ ສະຫະລັດອາເມຣິກາເຜີຍສູດການຜະລິດວັກຊີນປ້ອງກັນໂຄວິດ-19 ຊະນິດໃໝ່ ສາມາດປ້ອງກັນໂຄວິດສາຍພັນດັ້ງເດີມໄດ້ເຖິງ 90%,

ສາຍພັນເດວຕ້າສາມາດປ້ອງກັນໄດ້ 80% ທີ່ສຳຄັນສາມາດເກັບຮັກສາໄວ້ໃນຕູ້ເຢັນໄດ້, ນອກຈາກນີ້ ມີຕົ້ນທຶນການຜະລິດພຽງແຕ່ 1,5 ໂດລາສະຫະລັດຕໍ່ໂດສເທົ່ານັ້ນ, ພ້ອມແຈກສູດໃຫ້ໂດຍບໍ່ເສຍຄ່າຫາກບໍລິສັດໃດສົນໃຈຜະລິດ ຫວັງໃຫ້ວັກຊີນເຂົ້າເຖິງທຸກຄົນໃນໂລກ.

ວັກຊີນດັ່ງກ່າວຖືກພັດທະນາຂຶ້ນໂດຍນັກວິທະຍາສາດຈາກສູນພັດທະນາວັກຊີນ ໂຮງໝໍເດັກ ລັດເທັກຊັສ ໂດຍມີຊື່ວ່າ “Corbevax” ຫຼື ເອີ້ນອີກຊື່ໜຶ່ງວ່າ ວັກຊີນໂຄວິດ-19 ຂອງໂລກ.

ທ່ານ ນາງ ມາເຣຍ ບອສຕາຊຊີ ນັກວິໄຈທີ່ຮ່ວມພັດທະນາວັກຊີນດັ່ງກ່າວ ເປີດເຜີຍວ່າ: Corbevax ແຕກຕ່າງຈາກວັກຊີນປ້ອງກັນໂຄວິດ-19 ຊະນິດອື່ນໆທີ່ພັດທະນາຂຶ້ນກ່ອນໜ້ານີ້ຢູ່ບ່ອນທີ່ວ່າ ບໍ່ມີການຈົດທະບຽນສິດທິບັດຂອງວັກຊີນຊະນິດນີ້ ແລະ ໃຜກໍຕາມຫາກມີ ຄວາມສາມາດໃນການຜະລິດ ສາມາດນຳໄປຜະລິດ ແລະ ແຈກຢາຍໄດ້ທັນທີ

ທັງນີ້ ວັກຊີນ ໂຄບີແວັກ ນຳໃຊ້ເຕັກໂນໂລຊີແບບດຽວກັນກັບວັກຊີນປ້ອງກັນໄວຣັສຕັບບີ ນັ້ນກໍຄື ນຳໃຊ້ໂປຣຕິນໜາມທີ່ລ້ຽງໃນເຊວຂອງຢີສຕ໌ ນຳມາຜະລິດວັກຊີນ ແລະ ວິທີການດັ່ງກ່າວ ສາມາດຜະລິດດ້ວຍຕົ້ນທຶນຕ່ຳ ເຮັດໃຫ້ວັກຊີນມີຕົ້ນທຶນການຜະລິດຢູ່ທີ່ປະມານ 1,5 ໂດລາສະຫະລັດຕໍ່ໂດສ ເມື່ອທຽບກັບວັກຊີນ mRNA ຂອງບໍລິສັດຟາຍເຊີ ແລະ ໂມເດີນາ ນັບວ່າຖືກກວ່າຫຼາຍເທົ່າ.

Related Posts

Leave a Reply

Your email address will not be published. Required fields are marked *