Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວ້າວໆ! ຕາດເຍືອງຄວ້າອັນດັບ 1 ເປັນສຸດຍອດແຫຼ່ງທ່ອງທ່ຽວແຫ່ງອາຊຽນ
ຕາດເຍືອງ ເປັນນໍ້າຕົກຕາດຂະໜາດໃຫຍ່ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ ຕັ້ງຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ພາກໃຕ້ຂອງລາວ ເຊິິ່ງວ່າຕາດເຍືອງນີ້ແມ່ນຖືວ່າເປັນສະຖານທີ່ຂຶ້ນຊື່ຂອງແຂວງຈຳປາສັກເລີຍກໍ່ວ່າໄດ້ ສຳລັບໃຜທີ່ໄປທ່ຽວຈຳປາສັກແລ້ວບໍ່ໄປຕາດນີ້ຖືວ່າ ຮອດແຕ່ເຄິ່ງທາງ.

ມື້ນີ້ມີຂ່າວທີ່ໜ້າພາກພູມໃຈຫຼາຍຂອງປະຊາຊົນລາວທົ່ວປະເທດ ພາຍຫຼັງ 18 ມັງກອນ 2022 ຕາດເຍືອງໄດ້ປະກາດໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວທີ່ສຸດ ແລະ ໄດ້ຮັບລາງວັນຊະນະເລີດ ການທ່ອງທ່ຽວແຫ່ງອາຊຽນສາຂາການທ່ອງທ່ຽວແບບຍືນຍົງ ປະຈໍາປີ 2022 ເຊິ່ງໄດ້ມີການເລີ່ມໂຫວດຕັ້ງແຕ່ວັນທີ 1 ມັງກອນເປັນຕົ້ນມາ.

[“]
ໃນລະຫວ່າງວັນທີ 16-20 ມັງກອນ ທາງຄະນະເຈົ້າໜ້າທີ່ຂອງແຂວງຈໍາປາສັກຈະໄດ້ໄປຮ່ວມງານຮັບລາງວັນທີ່ປະເທດກໍາປູເຈຍ.
ຈຸດໂດດເດັ່ນຂອງຕາດເຍືອງນອກຈາກຄວາມງາມ ແລະ ຄວາມອຸດົມສົມບູນທາງທໍາມະຊາດແລ້ວ ນັກທ່ອງທ່ຽວຍັງຈະໄດ້ສໍາຜັດກັບວິຖີການດໍາລົງຊີວິດຂອງຊົນເຜົ່າຕ່າງໆທີ່ເປັນຊົນເຜົ່າດັ້ງເດີມທີ່ຢູ່ອ້ອມຮອບບໍລິເວນນັ້ນອີກ.

ສຳລັບຕາດເຍືອງສູງປະມານ 50 ແມັດ, ໂດຍມີຕົ້ນກຳເນີດຈາກສາຍຫ້ວຍບັ້ງລຽງ ຕັ້ງຢູ່ໃນເຂດຄວາມຮັບຜິດຊອບ ຂອງອົງການປົກຄອງບ້ານ ຫຼັກ 40 ເມືອງປາກຊ່ອງ.
ເຊິ່ງຈະເຫັນໄດ້ຍາກໃນປັດຈຸບັນເພາະຫຼາຍສິ່ງຫຼາຍຢ່າງກໍໄດ້ປ່ຽນແປງ ແລະ ສູນຫາຍໄປຕາມການເວລາ ແຕ່ບ່ອນນີ້ຍັງໄດ້ມີການອະນຸລັກວິຖີຊີວິດ, ວັດທະນະທໍາຮີດຄອງປະເພນີ ແລະ ກໍໄດ້ພັດທະນາໃຫ້ມີຄວາມສອດຄ່ອງກັບການອະນຸລັກສິ່ງແວດລ້ອມອະນຸລັກວັດທະນະທໍ