Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໜຸ່ມສຸດຊ້ຳ ບໍຈິຈາກໄຕໃຫ້ແມ່ແຟນ ຖືກແຟນຖິ້ມໄປແຕ່ງງານໃໝ່ ຫຼັງຜ່າຕັດບໍ່ເຖິງເດືອນ
ຜູ້ໃຊ້ຕິກຕ໊ອກຊື່ວ່າ ອຸດຊີເອລ ມາເນສ ຈາກລັດບາຮາຄາລິບຟໍເນຍ ປະເທດແມັກຊີໂກ ແບ່ງປະສົບການກ່ຽວກັບຄວາມຮັກອັນແສນເສົ້າໃນຕິກຕ໊ອກຈົນກາຍເປັນກະແສໄວຣັສ.

ໂດຍອ້າງວ່າແຟນສາວຖິ້ມເຂົາຢ່າງໂຫດຮ້າຍພາຍໃນເວລາບໍ່ເຖິງໜຶ່ງເດືອນ ຫຼັງຈາກເຂົາບໍລິຈາກໄຕໜຶ່ງຂ້າງໃຫ້ກັບແມ່ຂອງແຟນສາວ ກ່ອນຈະສຸດຊ້ຳ ແຟນສາວເຂົ້າວິວາກັບຊາຍຄົນໃໝ່ແບບສາຍຟ້າ
ອຸດຊີເອລອ້າງວ່າເຂົາອ້າງວ່າເຂົາເລືອກທີ່ຈະດັອບຮຽນມະຫາວິທະຍາໄລຮາວາດ ເຊິ່ງເປັນມະຫາວິທະຍາໄລຊັ້ນນຳຂອງໂລກ ເພື່ອທີ່ເຂົາຈະໄດ້ໃກ້ສິດກັບແຟນສາວຂອງເຂົາຫຼາຍຂຶ້ນ
ແຕ່ການກະທຳທີ່ເສຍສະຫຼະດັ່ງກ່າວກໍ່ຍັງບໍ່ພຽງພໍທີ່ຈະຮັກສາຄວາມສຳພັນຂອງໜຸ່ມອຸດຊີເອລໄວ້ໄດ້ ເຂົາກ່າວວ່າ ຂ້ອຍບໍໍລິຈາກໄຕໃຫ້ແມ່ຂອງລາວ ແຕ່ລາວຖິ້ມຂ້ອຍໄປແຕ່ງງານໃນອີກໜຶ່ງເດືອນຕໍ່ມາ.
ນັບແຕ່ວີດີໂອຖືກແຊຣ໌ ມີຊາວຕິກຕ໊ອກຈຳນວນຫຼາຍແຫ່ມາໃຫ້ກຳລັງໃຈແລະປອບໃຈໜຸ່ມອຸດຊີເອລຢ່າງລົ້ນຫຼາມ ໂດຍມີຄົນຮັັບຊົມເຖິງ 16.7 ລ້ານຄັ້ງ ຢ່າເສົ້າເລີຍ ລາວສູນເສຍສຸພາບບຸລຸດຜູ້ຍິ່ງໃຫຍ່ ກ້າວໄປຂ້າງໜ້າແລະຊອກຜູ້ຍິງທີ່ສົມບູນແບບທີ່ຊື່ນຊົມເຈົ້າ ລາວຈະຕ້ອງເສຍໃຈທີ່ຖິ້ມເຈົ້າ
ໄປບໍ່ໃຍດີແບບນີ້.

ນອກຈາກນີ້ ອຸດຊີເອລຍັງຕອບກັບຄວາມຄິດເຫັນກ່ຽວກັບວີດີໂອທີ່ເປັນໄວຣັສຂອງເຂົາ ຂອບໃຈທີ່ເປັນຫ່ວງ ຕົນສະບາຍດີແຂງແຮງ ເຖິງວ່າຈະມີໄຕພຽງຂ້າງດຽວ ແຕ່ກໍ່ຜ່ານພົ້ນຄວາມອົກຫັກ ເສົ້າ ແລະເສຍໃຈໄປແລ້ວ ແຖມຍັງເວົ້າເຖິງຄວາມສຳພັນປັດຈຸບັນຂອງເຂົາກັບແຟນເກົ່າ.
ໂດຍຢືນຢັນວ່າຕົນເອງແລະແຟນເກົ່າຢູ່ໃນຄວາມສຳພັນທີ່ດີ ບໍ່ໄດ້ຮູ້ສຶກຂຸ່ນເຄືອງໃດໆ ເຖິງຈະແຍກທາງກັນ ຂ້ອຍບໍ່ໄດ້ສົນຫຍັງລາວແລ້ວ ເຮົາບໍ່ແມ່ນໝູ່ເພື່ອນກັນ ແຕ່ເຮົາກໍ່ບໍ່ໄດ້ຊັງກັນ ຂ້ອຍພຽງແຕ່ຢາກລະບາຍຄວາມຮູ້ສຶກຜ່ານຕິກຕ໊ອກ ເຊິ່ງບໍ່ຄິດວ່າເລື່ອງມັນຈະບານປາຍຂະໜາດນີ້.
ມີຊາວເນັດບາງຄົນເຕືອນເຖິງຄວາມໄວ້ໃຈຄົນງ່າຍຂອງອຸດຊີເອລ ພ້ອມຂໍຮ້ອງໃຫ້ເຂົາຢ່າເຮັດຜິດພາດແບບເກົ່າອີກ ແຕ່ເຂົາເວົ້າຕິດຕະຫຼົກວ່າ ຕອນນີ້ເຂົາບໍ່ມີອະໄວຍະວະທີ່ຈະບໍລິຈາກແລ້ວ ຄົນເຮົາມີໄຕພຽງສອງຂ້າງ ຖ້າຂ້ອຍໃຫ້ໄຕໄປແລ້ວຂ້າງໜຶ່ງ ຜົມກໍ່ເຫຼືອໄຕໃຫ້ອີກຂ້າງເທົ່ານັ້ນ