Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລັດຖະບານໄທ ມີຄຳສັ່ງໃຫ້ເລັ່ງສ້າງຂົວຂ້າມນ້ຳຂອງໜອງຄາຍ-ນະຄອນຫຼວງວຽງຈັນ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ
ໜັງສືພິມບາງກອກໂພສຂອງໄທໄດ້ລາຍງານໃນຫວ່າງມໍ່ໆມານີ້ວ່າ: ຄະນະລັດຖະບານໄທ ໄດ້ອອກຄຳສັ່ງໃຫ້ອົງການທາງລົດໄຟແຫ່ງປະເທດໄທ ອອກແບບ ແລະ ກໍ່ສ້າງຂົວລະຫວ່າງໜອງຄາຍ ແລະ ນະຄອນຫຼວງວຽງຈັນ ຂອງປະເທດລາວໂດຍໄວ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ.
ທ່ານ ອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີໄທ ກ່າວວ່າ: ໃນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບທາງລົດໄຟໄທ-ລາວ-ຈີນ ທີ່ຕົນເປັນເຈົ້າພາບຈັດຂຶ້ນໃນອາທິດຜ່ານມານີ້,
ໄດ້ມີຂໍ້ຕົກລົງໃຫ້ອົງການທາງລົດໄຟແຫ່ງປະເທດໄທສ້າງຂົວແຫ່ງນີ້ໂດຍໄວ, ຄະນະກຳມະການດັ່ງກ່າວໄດ້ເປີດ “ໄຟຂຽວ” ດ້ານງົບປະມານທີ່ໃຊ້ໃນການກໍ່ສ້າງຂົວ ທີ່ອົງການທາງລົດໄຟແຫ່ງປະເທດໄທເປັນຜູ້ສະເໜີ; ພາຍຫຼັງທາງລົດໄຟລາວ-ຈີນເຊື່ອມຕໍ່ກັບປະເທດໄທແລ້ວ,
ຈະຊຸກຍູ້ການພັດທະນາເສດຖະກິດພາກຕາເວັນຕົກຂອງຈີນ, ລາວ ແລະ ໄທ, ຈະເຮັດໃຫ້ຄ່າຂົນສົ່ງສິນຄ້າລະຫວ່າງຈີນແລະໄທຫຼຸດລົງ 30% ຫາ 50%; ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າລະຫວ່າງຈີນແລະໄທຈະໄວກວ່າການຂົນສົ່ງສິນຄ້າໃນອະດີດ 1 ວັນ ແລະ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງຫຼຸດລົງ 25%.
Cr: CRI