ຊີ້ແຈ້ງປະເດັນຮ້ອນ ກ່ຽວກັບການອອກເລກໃນອາທິດຜ່ານມາ ຄວາມຜິດພາດທີ່ບໍ່ໜ້າເຊື່ອ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຊີ້ແຈ້ງປະເດັນຮ້ອນ ກ່ຽວກັບການອອກເລກໃນອາທິດຜ່ານມາ ຄວາມຜິດພາດທີ່ບໍ່ໜ້າເຊື່ອ

ອາທິດຜ່ານມາ, ໄດ້ມີສຽງວິພາກວິຈານກັນຫລາຍໃນສື່ສັງຄົມອອນລາຍ ແລະ ສຽງຈົ່ມວ່າຈາກຜູ້ມັກສ່ຽງດວງຢູ່ໃນສັງຄົມຍຸກໂຄວິດ ຫວັງຫາຄວາມລໍ້າລວຍທີ່ຈະເປັນຈິງໄດ້ຍາກ ດັ່ງຜົນການອອກຫວຍຂອງຫວຍພັດທະນາໂຊກໄຊຄັ້ງວັນທີ 14/1/2022 ຊຶ່ງຫລາຍຄົນກໍນຶກວ່າ:

ຕົນຈະລວຍແລ້ວເພາະເລກລາງວັນທີ່ອອກມາຜ່ານໜ້າຈໍໂທລະພາບລະບົບ ຢ່າງຈະແຈ້ງທີ່ຕົນຕິດຕາມຢູ່ແມ່ນເລກ 331496 ຕົງກັບໂຕທີ່ໄດ້ສ່ຽງດວງເອົາແລ້ວຕ່າງຄົນກໍຫວັງວ່າເຊົ້າມາຈະໄດ້ຮັບເງິນຜົນຫວຍອັນຫລວງຫລາຍດັ່ງກ່າວ,

ແຕ່ແລ້ວເມື່ອຍື່ນໃບຫວຍທີ່ຕົນຖືກໃນຄືນນັ້ນໄປພັດໄດ້ຮັບຄຳຕອບຈາກຝ່າຍຫວຍວ່າ: “ໃບຫວຍນີ້ບໍ່ຖືກ, ໃບທີ່ຖືກແມ່ນເລກ 337496” ເວລານັ້ນທຸກມູມມອງຂອງຜູ້ຖືກຫວຍມືດໄປທັງ 4 ດ້ານຢ່າງບໍ່ໜ້າເຊື່ອ.

ຈາກນັ້ນສອງສາມມື້ຕໍ່ມາອາດຈະແມ່ນຄວາມກົດດັນຂອງສັງຄົມ, ຜູ້ເປັນເຈົ້າຂອງຫວຍຈິ່ງອອກມາຍອມຮັບຜ່ານເຟສບຸກຂອງຕົນແບບງ່າຍໆວ່າ: ” ຂໍໂທດທຸກໆທ່ານ ຍ້ອນເກີດຄວາມຜິດຜາດຂອງການປະກາດຜົນຫວຍຄັ້ງວັນທີ 14/1/2022″.

ມັນບໍ່ເປັນຕາເຊື່ອອີຫລີເລື່ອງໃຫຍ່ໆ ທີ່ມີທັງການຖ່າຍທອດສົດຜ່ານທາງໂທລະພາບໃນຍຸກຮາຍເທັກແບບນີ້, ແຕ່ເປັນຫຍັງຈິ່ງເກີດມີຄວາມຜິດພາດຮ້າຍແຮງດັ່ງກ່າວ ກໍຂໍຝາກໃຫ້ຫວຍພັດທະນາລາວ ຊຶ່ງເປັນຫວຍນໍ້າເບີໜຶ່ງຂອງລັດຖະບານເບິ່ງຄືນພະນັກງານຂອງຕົນ ຫລື

ລະບົບການບໍລິຫານທີ່ເປັນມືອາຊີບເພື່ອຈະໄດ້ຮັບຄວາມເຊື່ອຖືຈາກສັງຄົມຜູ້ມັກສ່ຽງດວງເພື່ອປະກອບສ່ວນເຂົ້າພັດທະນາປະເທດຊາດບ້ານເມືອງໄດ້ຫລາຍ ແລະ ມີຄວາມຍຸຕິທຳຫລາຍຂຶ້ນ ຢ່າເຮັດແບບງົມມືດໃນພື້ນທະເລເລິກມັນບໍ່ດີແລ.

ທີ່ມາ Lao News Time

Related Posts

Leave a Reply

Your email address will not be published. Required fields are marked *