ຍອດມູນຄ່າການຂົນສົ່ງສິນຄ້າສາກົນ ຜ່ານທາງລົດໄຟລາວ-ຈີນ ບັນລຸຫລາຍກວ່າ 1 ຕື້ຢວນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຍອດມູນຄ່າການຂົນສົ່ງສິນຄ້າສາກົນ ຜ່ານທາງລົດໄຟລາວ-ຈີນ ບັນລຸຫລາຍກວ່າ 1 ຕື້ຢວນ

ຂປລ. ວັນທີ 18 ມັງກອນນີ້, ດ່ານພາສີຄຸນໝີງ ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າສາກົນໄດ້ພັດທະນາຢ່າງວ່ອງໄວ.

ມາຮອດວັນທີ 17 ມັງກອນນີ້, ດ່ານພາສີຄຸນໝີງ ໄດ້ກວດກາ ແລະ ອະນຸຍາດໃຫ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນແລ່ນຕາມທາງລົດໄຟ ລາວ-ຈີນ ຈຳນວນ 153 ຖ້ຽວ, ມີສິນຄ້າລວມທັງໝົດ 59.500 ໂຕນ, ມີ ມູນຄ່າ 1.068.000.000 ຢວນ.

ຕາມຂ່າວລາຍງານວ່າ: ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດຂະບວນ ລົດໄຟຂົນສົ່ງສິນຄ້າສາກົນເປັນຕົ້ນມາ, ໄດ້ຂົນສົ່ງສິນຄ້ານຳເຂົ້າ ແລະ ສົ່ງອອກຫລາຍກວ່າ 100 ຊະນິດ, ໃນນັ້ນສິນຄ້ານຳເຂົ້າລວມມີ ຢາງພາລາ, ແຮ່ເຫລັກ, ຖ່ານດັງໄຟ ແລະອື່ນໆ, ສິນຄ້າສົ່ງອອກລວມມີ ຜັກສົດ, ເຄື່ອງໃຊ້ປະຈຳວັນ, ກົນຈັກ, ເຄື່ອງໄຟຟ້າ ແລະອື່ນໆ.

ດ່ານພາສີຄຸນໝີງ ຍັງໃຫ້ຮູ້ຕື່ມອີກວ່າ: ເຄືອຂ່າຍຂົນສົ່ງຂອງທາງລົດໄຟ

ລາວ-ຈີນ ໄດ້ກວມເອົາ 9 ແຂວງ ແລະ 15 ກຳແພງນະຄອນຢູ່ຈີນ ແລະ 10 ກວ່າປະເທດທີ່ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງລວມທັງ ປະເທດລາວ ໄດ້ເປັນການເພີ່ມພະລັງຂັບເຄື່ອນໃຫ້ກັບການຮ່ວມມືດ້ານ ເສດຖະກິດການຄ້າ ລະຫວ່າງຈີນ-ລາວ ກໍຄືລະຫວ່າງປະເທດຕ່າງໆ ທີ່ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ.

ໂດຍ: CRI

Related Posts

Leave a Reply

Your email address will not be published. Required fields are marked *