ເລົ່າປະສົບການຈິງ Bob Freeman ເອົາແມ່ໄປປິ່ນປົວ ຢູ່ໂຮງໝໍດັງ ໝົດ 300 ລ້ານກີບ ແຖມໄດ້ບາດເຈັບເພີ່ມ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເລົ່າປະສົບການຈິງ Bob Freeman ເອົາແມ່ໄປປິ່ນປົວ ຢູ່ໂຮງໝໍດັງ ໝົດ 300 ລ້ານກີບ ແຖມໄດ້ບາດເຈັບເພີ່ມ

#ມີເລື້ອງມາເລົ່າສູ່ຟັງເຫັນມີເຜດຂ່າວ ເຫັນຄົນເເຊ ກ່ຽວກັບໂຮງຫມໍເອກກະຊົນບ່ອນ1ຢູ່ບ້ານເຮົາ ທີ່ເຂົາໄປປົວໂຄວິດ 7ມື້ຫມົດເງິນ 100ກ່ວາລ້ານກີບ ….​ ບໍ່ຮູ້ວ່າສິເເມ່ນບ່ອນດຽວກັບເເມ່ກູໄປປົວຕອນເລົາບໍ່ສະບາຍຫັ້ນບໍ່ ເເມ່ກູ​ຢູ່ນັ່ນ​ 10ມື້ ຄ່າຢາຄ່ານອນ ຫມົດ​ໄປ​300ລ້ານກີບ ເອົາຕາມຕົງເເມ່ກູບໍ່ໄດ້ເຈັບຫນັກປານນັ້ນ ເເຕ່ເຂົາເຮັດຄືເເມ່ກຸສິຕາຍນິ ຈັກຫຍັງຕໍ່ຫຍັງສັກໃຫ້ເລົາ​ ໃສ່ຢາສະຫລົບເເບບບໍ່ໃຫ້ເລົາມີໂອກາດໄດ້ເວົ້ານຳກູເລີຍ5ມື້ ຢາທີ່ໃສ່ອັນໃດທີ່ສັກ

ບໍ່ໄດ້ເເຈ້ງຫຍັງເຮົາເລີຍ ຍັດໃສ່ສຸມໃສ່ ນັບເເຕ່ສຳລີ ເເນວຄວັດຫູ ຈົດເປັນເງິນຫມົດ ເອີ້ນມາຖາມອາການຊື່ໆ ກະໄລ່ເງິນ​ ເວລາຜ່ານໄປອີກ5ມື້ ເເມ່ກູຮູ້ເມື່ອມາ ຄຳເເລກທີ່ເລົາບອກກູ​ ເເມ່ເຈັບ ເຂົາເຮັດເເມ່ເຈັບໂພດ ເເມ່ຫິວນຳ້ ເເມ່ຢາກເມືອ ເວລາລູກບໍ່ຢຸ່ເຂົາຢືນລົມກັນໃນຫ້ອງ ( ໃຊ້ຄຳຫຍາບ​ຖຽງກັນ​ ເລື້ອງຄົນໄຂ້ )​ ອາການເເມ່ກູບໍ່ຄືທີ່ເຂົາບອກວ່າຫນັກຫນາເກີນເບີ ເວລາຜ່ານໄປ10ມື້ ອາການເເມ່ກູ ມັນປົກກະຕິ ເເເຕ່ເຂົາບອກວ່າປອດເເມ່ກູເຄື່ອນ

ຈັກອີ່ຫຍັງອີກບຸກູກະບໍ່ຈື່ ກູກະຄິດຢຸ່ວ່າເຄື່ອນນຳຫຍັງ ເພາະເເມ່ກູເເຄ່ເມື່ອຍ ລະບໍ່ມີເເຮງບໍ່ເເມ່ນວ່າລົ້ມ ຫລື​ ມີຫຍັງ​ຕຳ​ ເລົ່າມາຮອດນີ້ ຄິດວ່າທຸກຢ່າງສິຈົບ ເເຕ່ບໍ່ ອາການທີ່ເເມ່ກູເປັນບໍ່ໄດ້ເເມ່ນປະເດັນຕອນນິ ເເຕ່ໂຮງຫມໍຮ່ານິ ປ່ອຍໃຫ້ເເມ່ກູນອນທັບບາດ ທີ່ເລົາມີບາດຢູ່ກົ້ນຕອນໄປນອນໂຮງຫມໍ ເປັນບາດນ້ອຍໆ ເເຕ່ເຂົາປ່ອຍລະເລີຍ ຈົນບາດເເມ່ກູເນົ່າ ມັນເນົ່າເຂົ້າໄປໃນຈົນສິຮອດລຳໄສ້ ກູ​ຖາມວ່າ​ ອ້າວວວວ ບາດເເມ່ກູຄືເປັນເເບບນີ້ ຫມໍບໍ່ເຫັນຫວາ ຫມໍວ່າ ໂອ​ ”​ ໄມ້ເປັນໄລ ບາດເເຜເປື່ອຍທຳມະດາ ດຽວຢູ່ຕໍ່ອີກ5ວັນ

ລໍດູອາການ ຫມໍຈະຈັດການໃຫ້ ”​ ມືງຍັງສິມາລໍຫຍັງອີກ ບາດມັນເປື່ອຍຈົນຊອດມາອີກເບື້ອງ ຕອນນັ້ນພວກກູບໍ່ໄຫວລະ ຄັນຄາດຕະກຳຫມໍຖີ້ມລະເສຍຫົວລະ​ລ້ານກີບ ເເມ່ນກູສາກອະກ້າໃສ່ລະ​ ເອົາໄປເອົາມາຈ່າຍບິນ 300ລ້ານ ເເຖມເເມ່ກູບາດເນົ່າ​ ບໍ່ມີຫຍັງ​ດີເລີຍ ຊຳ່ເອົາເເມ່ໂຕເອງໄປນອນໃຫ້ເຂົາເເທງຫລີ້ນ ສຸດທ້າຍ​ ຕັດສິນໃຈເອົາເເມ່ຍ້າຍມາໂຮງຫມໍ 103​ ເເລະ​ ນັ້ນຄືກູຕັດສິນໃຈຖືກ ອາການຂອງເເມ່ ທີ່ເຂົາວ່າເປັນນັ້ນເປັນນີ້

ທາງ103 ກວດໃຫ້ ເເມ່ເເຂງເເຮງດີ ປອດບໍ່ໄດ້ເປັນຫຍັງ ເເຕ່ວ່າ ບາດເເມ່ເປັນຫຍັງຄືປ່ອຍໃຫ້ມັນເນົ່າປານນີ້​ ອັນນິກູກະບໍ່ຈັກສິຕອບ ເເມ່ໃຊ້ເວລາປົວຢູ່ 103 ເດືອນເຄິ່ງ ຫມໍດູເເລດີຫລາຍ ຄ່າໃຊ້ຈ່າຍສົມເຫດສົມຜົນ ເພາະເຖິງວ່າຖ້າຄ່າຢາສິຫລາຍຊຳ່ໃດ ກະເເມ່ນເຮົານິເປັນຄົນໄປຊື້ ໄປຈ່າຍບິນ​ ຢ່າງຫນ້ອຍກະຍັງໄດ້ຮູ້ວ່າຢາຫຍັງ ເເຕ່ລະອັນລາຄາເທົ່າໃດ ຕອນນິເເມ່ກູອອກໂຮງຫມໍເເລ້ວ ເເຂງເເຮງ​ດີ​ ເງີນທີ່ເສຍໄປນະ​ ກູບໍ່​ວ່າ​ ຂໍເເຕ່​ເເມ່ກູ​ເຊົາ ເເຕ່ອັນເສຍໄປ 300ລ້ານ ພັດປ່ອຍເເມ່ກູເປັນອັນອື່ນຕື່ມອີກນິຕິກູເຫລືອໃຈ

ເລົ່າມາຮອດນີ ຢາກໃຫ້ຄົນລາວເຮົາເອງ ເຊົາຄິດລົບກັບໂຮງຫມໍລັດ ໂຮງຫມໍບ້ານໂຕເອງ ວ່າເຂົາເຮັດບໍ່ດີ​ ບໍ່ໄດ້ເລື້ອງ ໂຮງຫມໍບໍ່ງາມ ບໍລິການບໍ່ດີ ເວົ້່າບໍ່ມ່ວນສະ ເງິນເດືອນເຂົາກະຊຳ່ນັ້ນ ຄ່າຫຍັງກະບໍ່ໄດ້ເກັບຈົນເຮົາສິທຸກ ຫມໍບາງຜະເເນກ ເຂົາບໍ່ໄດ້​ນອນ​ ເຂົາເຮັດວຽກເມື່ອຍ ຈັກສິເຈິຫຍັງເເນ່ເເຕ່ລະມື້ ອາລົມຄົນມັນກະມີຮ້າຍມີດີ​ ລະທີ່ເຮົາເອົາເງິນພິເສດໃຫ້

ກະເເມ່ນເຮົາເອງຢາກໃຫ້ຍ້ອນຢາກໃຫ້ເຂົາດູເເລພິເສດ ພັດໄປເວົ້າວ່າ ຄັນບໍ່ຍັດເງິນກະຄືສິບໍ່ດູເເລ ທຸກຢ່າງມັນມີເຫດຜົນຂອງມັນສະເຫມີ ໂຮງຫມໍ103ທີ່ໄປຢຸ່ ຈ່າຍເເຕ່ຄ່າຢາປົກກະຕິ ບໍ່ໄດ້ມີການບວກຫຍັງເພີ້ມ ເຂົາດູເເລເເມ່ກູໂຄດດີ ຢາກຂອບໃຈອີກຄັ້ງ​ ເເຖມຕອນກັບມານອນບ້ານ ຫມໍຍັງອາສາມາເບີ່ງໃຫ້ອີກ ເລົ່່າມາຮອດນິກະບອກໄວ້ເປັນຂໍ້ຄິດ ບໍ່ໄດ້ບອກວ່າໂຮງຫມໍນັ້ນມັນບໍ່ດີ ເເຕ່​ຮູ້ສຶກວ່າ​ ເຂົາສວຍໂອກາດ ເເລະ​ ເອົາປຽບຄົນເຈັບເກີນໄປ

ໂດຍສະເພາະເຄສຂອງເເມ່ກູ ທີ່ເສຍເງິນເເລ້ວ ພັດມາເຈັບຫນັກຊຳ້ຕື່ມອອກມາອີກ ”​ ໂຮງຫມໍຄວນສິເເຈ້ງລາຄາຢາ ເເລະ ທຸກຢ່າງທີ່ສິໃສ່ ຢ່າງຫນ້ອຍກະໃຫ້ເຮົາຮັບຮູ້ວ່າເອີ້ເເມ່ນ​ ຖືກ​ ບໍ່ເເມ່ນ​ໃສ່​ມົ້ວໄປຫມົດ​ລະຂຽນມາ 100ລ້ານ 200ລ້ານ 300ລ້ານ ຄັນຂຽນມາ1000ລ້ານ

ກູນິສິໄດ້ນອນເເທນ ຂາຍໄຕກັບໄຂ່ຫລັງເເລກເອົາເເມ່ກູອອກມານະ ”​ ຈັ່ງໃດກະຕາມ ຂໍໃຫ້ທຸກຄົນຈົ່ງດູເເລພໍ່ເເມ່​ ໃຫ້ດີທີ່ສຸດໃນຍາມທີ່ຍັງມີເພີ່ນຢູ່ນຳ​ ຮັກເພີ່ນໃຫ້ຫລາຍໆ ມີເວລາໃຫ້ເພີ່ນຫລາຍໆ ຢ່າຮັກຄົນອື່ນ ຈົນລືມໃສ່ໃຈພໍ່ເເມ່ 

ສຳລັບໂຮງຫມໍທີ່ກ່າວມານັ້ນ#ຄັນເງິນບໍ່ເຫລືອໃຊ້ລະຢ່າພາກັນໄປ#ເປີດໃຈໃຫ້ໂຮງຫມໍບ້ານເຮົາເອງໃຫ້ຫລາຍຂື້ນ* ຂອບໃຈ​ຊຳ່ນີ້ *

Related Posts

Leave a Reply

Your email address will not be published. Required fields are marked *