Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສົ່ງອອກເຂົ້າ 1,000 ໂຕນ ຄັ້ງທຳອິດໂດຍຜ່ານທາງລົດໄຟ ລາວ-ຈີນ
ໄທຂອບໃຈລາວ ທີ່ເອື້ອເຟື້ອໃຫ້ແກ່ການສົ່ງອອກຂອງໄທໄປ ປະເທດຈີນ ໂດຍຜ່ານທາງລົດໄຟ ລາວ-ຈີນ, ຫວ່າງມໍ່ໆນີ້ໄທ ໄດ້ສົ່ງອອກເຂົ້າໄທຊຸດທຳອິດ 1,000ໂຕນ ໄປເມືອງສົງຊິ້ງ. ພາກຕາເວັນຕົກຂອງຈີນ. ໂດຍແມ່ນ ວິໄສທັດອັນດີ ສຳລັບການສົ່ງເສີມການສົ່ງອອກຂອງໄທ ໂດຍສະເພາະ “Isan Gateway” ທີ່ໄດ້ວາງເປົ້າໝາຍໃນອະນາຄົດເພື່ອສົ່ງອອກຢາງພາລາ, ໝາກໄມ້, ກ້ວຍໄມ້, ຜະລິດຕະພັນການປະມົງ, ແລະ ຜະລິດຕະພັນຈາກການລ້ຽງສັດ.
ໂດຍ ທ່ານ ອາລົງກອນ ພົນບຸດ (นายอลงกรณ์ พลบุตร) ລັດຖະມົນຕີວ່າການກະຊວງກະເສດ ແລະ ສະຫະພັນກໍາມະບານ ແລະ ຮອງຫົວໜ້າພັກ ປະຊາທິປັດ ຂອງໄທ ເປີດເຜີຍວ່າ: ໄທສາມາດສົ່ງອອກເຂົ້າ ຈຳນວນ 20 ຕູ້ ປະລິມານເຂົ້າແມ່ນ 1,000 ໂຕນ ໂດຍຜ່ານທາງລົດໄຟ ລາວ-ຈີນ ໄປ ນະຄອນສົງຊິ້ງ ( Chongqing ) ຂອງຈີນ.
ຖືໄດ້ວ່າແມ່ນຜົນສຳເລັດ ແລະເປັນຮູບປະທຳ ແລະ ເປັນປະວັດສາດໜ້າໃໝ່ຂອງລະບົບການຂະຫຍາຍໂອກາດທາງການຄ້າຂອງໄທ, ພ້ອມທັງເປັນການສ້າງພື້ນຖານໂຄງລ່າງພື້ນຖານເສດຖະກິດ ໃຫ້ແກ່ປະເທດ ໂດຍສ່ວນລວມ ພາຍໄຕ້ການຮ່ວມມືຢ່າງ “ເອົາຈິງເອົາຈັງ”
ລະຫວ່າງ ກະຊວງກະເສດ ແລະ ສະຫະກອນ ຮ່ວມກັບ ກະຊວງອຸດສາຫະກຳ, ກະຊວງການຕ່າງປະເທດ ພາກສ່ວນຊາວກະສິກອນ ແລະ ພາກເອກະຊົນ ຕາມນະໂຍບາຍການພັດທະນາລະບົບການຂົນສົ່ງສິນຄ້າກະສິກຳ ແລະ ຍຸດທະສາດການຕະຫຼາດເພຶ່ອນຳສິນຄ້າກະສິກຳສູ່ການສົ່ງອອກ.
ເຫັນໄດ້ວ່າ ມີການ “ໂອ້ລົມ ຮ່ວມມື ຮ່ວມໃຈ” ຂອງຫຼາຍພາກສ່ວນ ໂດຍມີຈຸດປະສົງ ແລະ ເປົ້າໝາຍອັນດຽວ ຄື: ເຮັດແນວໃດໃຫ້ສາມາດສົ່ງອອກສິນຄ້າ ໃຫ້ໄດ້ໄວ, ໄດ້ຄຸນນະພາບ ແລະ ນຳລາຍຮັບກັບເຂົ້າປະເທດໃຫ້ຫຼາຍທີ່ສຸດ. ເມື່ອມີເປົ້າໝາຍອັນຈະແຈ້ງແລ້ວ ຜົນສຳເລັດ ກໍ່ກັບມາຫາທຸກພາກສ່ວນເຊັ່ນກັນ.
ຂໍ້ມູນ ສະປິງນີ້ວ