ຕາມນີ້ເດີ້

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເຈົ້າໜ້າທີ່ຕຳຫຼວດ ຊີ້ແຈງກໍລະນີ້ ຖີຶກແຊ໌ລົງໂລກໂຊຊ່ຽວວ່າຂ້າຄົນຕາຍ

ຊົມຄຼິບ

ຂ່າວກ່ອນໜ້ານີ້

ລາຍລະອຽດກ່ຽວກັບຜູ້ເສຍຊີວິດ ຈາກເລີຶ່ອງເລົ່າທາງຄອບຄົວ

ອິງໃສ່ຂໍ້ມູນຈາກທີ່ໄດ້ປະສານກັບຜູ້ປົກຄອງເບື້ອງຕົ້ນ:

ນາງ ໄອຢ່າງ ຫຼື ຜູ້ເສຍຊີວິດນີ້ ຜ່ານມາແມ່ນເຄີຍສ້າງຄອບຄົວແລ້ວ ແຕ່ເນື່ອງຈາກຊີວິດຄູ່ມີຄວາມຍຸ້ງຍາກຫຼາຍ ຖືກຜົວທຸບຕີເປັນປະຈໍາ ຈຶ່ງໄດ້ແຍກຢູ່ ນັບແຕ່ຊ່ວງປີ 2017-2018 ຈົນຮອດປະຈຸບັນ ໂດຍບໍມີການຢ່າຫ້າງຕາມຮິດຄອງ ຫຼື ຕາມລະບຽບກົດໝາຍ ( ການໄກ່ເກ່ຍລະຫວ່າງພີ່ນ້ອງ 2 ຟ່າຍເພື່ອທຳການຢ່າຫ້າງ ແມ່ນໄດ້ເອີ້ນໂອ້ລົມຫລາຍເທື່ອ ແຕ່ບໍ່ສາມາດຕົກລົງໄດ້ ເນື່ອງຈາກຜູ້ເປັນຜົວຮຽກຮ້ອງເງີນຕອບແທນເປັນຈຳນວນຫລາຍ

ທັ້ງທີ່ການຂໍຢ່າຫ້າງນີ້ ມັນເປັນນຳທັງຝ່າຍຍິງແລະຝ່າຍຊາຍບໍ່ພໍໃຈຢູ່ນໍາກັນ) ມາຮອດ ຊ່ວງປີ 2021 ຜູ້ເປັນເມຍ (ຜູ້ເສຍຊີວິດ) ຈຶ່ງໄດ້ໄປເອົາຜົວໃໝ່ ເມື່ອຜົວເກົ່າຮູ້ວ່າເມຍໄປເອົາຜົວ ໃໝ່ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ເມືອງທ່າທົມ, ແຂວງ ໄຊສົມບຸນ ເຂົ້າຈັບກຸມ ແລະ ຂັງໄວ້ໄດ້ໄລຍະ 1. ເຊິ່ງໃນລະຫວ່າງກັກຂັງດັ່ງກ່າວ ທັງຕໍາຫລວດສືບຮູ້ວ່າ ນ. ໄອຢ່າງ ຫຼື ຜູ້ເສຍຊີວິດ ແມ່ນຖືພາຢູ່ຈຶ່ງໄດ້ ອານຸຍາດໃຫ້ກັບບ້ານໄດ້.

ຫລັງຈາກກັບບ້ານໄດ້ໄລຍະ 1 ຜູ້ເສຍຊີວິດ ໄດ້ລຸລູກ (ລູກເສຍຊີວິດໃນທ້ອງ) ໂດຍອາດເປັນຍ້ອນຄວາມຄຽດທີ່ຖືກກັກຂັງ. ເມື່ອທາງເຈົ້າໜ້າທີ່ສືບຮູ້ວ່າຜູ້ກ່ຽວໄດ້ລຸລູກແລ້ວ ຈຶ່ງໄດ້ເອີ້ນຜູ້ກ່ຽວກັບມາຫາເຈົ້າໜ້າທີ່ເມືອງທ່າທົມ ເພື່ອສຶບສວນສອບສວນເກັບກຳຂໍ້ມູນເພີ່ມເຕີມ.

ນາງ ໄອຢ່າງ ແມ່ນໄດ້ເຂົ້າໄປໃຫ້ການ (ຄົນດຽວ) ເຖິງຢ່າງໃດກໍ່ຕາມທາງຄອບຄົວແມ່ນໄດ້ປະສານຢ່າງໃກ້ສິດ ເຊິ່ງຂັ້ນຕອນການປະຕິບັດຂອງເຈົ້າໜ້າທີ່ ແມ່ນ ໄດ້ນຳຜູ້ເສຍຊີວິດໄປເອໂກ່ຢູ່ ສຸກສາລາ ບ້ານທ່າວຽງ ເພື່ອໃຫ້ຮູ້ວ່າຍັງຖືພາ ຫລື ບໍ, ເມື່ອຮູ້ຜົນວ່າ ບໍ່ໄດ້ຖືພາແທ້ແລ້ວ ຈຶ່ງນໍາຜູ້ກ່ຽວກັບມາຄ້າຍຄຸມຂັງ.

ເຊິ່ງໃນຊ່ວງເວລາດັ່ງກ່າວຜູ້ກ່ຽວໄດ້ໂທຫາພໍ່ດ້ວຍສຽງຮ້ອງໄຫ້ວ່າ ໃຫ້ຊອກຫາຜູ້ຮູ້ມາຊ່ວຍ ແລະ ກະຮ້ອງໄຫ້ບໍ່ເຊົາ ຈົນສຽງໂທລະສັບໄດ້ ມິດຈາກໄປ ເຊິ່ງທາງຄອບຄົວກະບໍ່ໄດ້ຄິດຫຍັງຫລາຍ ຄິດວ່າໜ້າຈະຖຶກຂັງຄືເກົ່າທີ່ຜ່ານມາ. ຮອດເຊົ້າຂອງມື້ທັດມາ ທາງຄອບຄົວຜູ້ເສຍຊີວິດຈຶ່ງໄດ້ກຽມຂອງກີນໄປໃຫ້ ນາງ ໄອຢ່າງ (ຜູ້ເສຍຊີວິດ) ກີນຢູ່ຄຸກ ແຕ່ພໍໄປຮອດ ຄ້າຍຄຸມຂັງ ເມືອງທ່າທົມ , ຂ. ໄຊສົມບຸນ ຈຶ່ງຮູ້ວ່າ ນາງ ໄອຢ່າງ ແມ່ນໄດ້ເສຍຊີວິດແລ້ວ ໂດຍທີ່ເຈົ້າໜ້າທີ່ກະບອກວ່ານອນຊື່ໆ ບໍ່ໄດ້ເສຍຊີວີດ ຫລັງຈາກນັ້ນຈຶ່ງເກີດເຫດການຕາມທີ່ເຫັນໃນຄຣິບ.

ຫຼັງຈາກເສຍຊີວິດ ທາງຍາດພີ່ນ້ອງໄດ້ສະເໜີໃຫ້ທາງ ຄ້າຍຄຸມຂັງ ເຮັດໃບຢັ້ງຢືນການເສຍຊີວິດ ແລະ ບົດບັນທຶກການສັນນະສູດສົບ ແຕ່ທາງເຈົ້າໜ້າທີ່ເມືອງທ່າທົມບໍ່ຍອມເຮັດ ແຕ່ເນື່ອງຈາກຍາດພີ່ນ້ອງໄດ້ຕໍ່ວ່າ ແລະ ຂໍໃຫ້ທາງເຈົ້າໜ້າທີ່ເຮັດາບົດບັນທຶກການສັນນະສຸດສົບເປັນເວລານານ

ສຸດທ້າຍທັງເຈົ້າໜ້າທີ່ຈຶ່ງໄດ້ເອີ່ນໃຫ້ພະຍາບານ ຫຼື ທ່ານ ໝໍ ເຊິ່ງທາງຍາດພີ່ນ້ອງກະບໍ່ຮູ້ຂໍ້ມູນແນ່ນອນ ເຂົ້າມາສັນນະສູດສົບ ແຕ່ບົດບັນທຶກດັ່ງກ່າວ ແມ່ນບໍ່ມີໃຜເຊັນຮັບຮູ້ນໍາ ເນື່ອງຈາກ ທາງເຈົ້າໜ້າທີ່ແຈ້ງວ່າ ຫົວໜ້າບໍ່ຢູ່.
ປະຈຸບັນສິ່ງທີ່ຢາກໄດ້ຄື:

  1. ໃຫ້ອອກມາຊີ້ແຈງວ່າ ເປັນຫຍັງ ນ ໄອຢ່າງ ຈຶ່ງເສຍຊີວິດ?
  2. ການເສນຊີວິດ ຂອງນ ໄອຢ່າງ ຢູ່ຄ້າຍຄຸມຂັງເທື່ອນີ້ ທາງເຈົ້າໜ້າທີ່ມີໜ້າທີ່ຕ້ອງຮັບຜິດຊອບແນວໃດແດ່ ຕໍ່ໜ້າກົດໝາຍບ້ານເມືອງທີ່ມີຢູ່ນະປະຈຸບັນ ທີ່ປະຊາຊົນລາວທຸກຄົນໃຫ້ຄວາມເຊື່ອໝັ້ນວ່າ ແມ້ກົດໝາຍດັ່ງກ່າວຈະນ້ອຍນິດພຽງເສັ້ນດ້າຍ ແຕ່ຈະບໍ່ມີໃຜຝ່າຝືນ ຫຼື ຂ້າມຜ່ານໄດ້?
  3. ວອນຜູ້ໃຫຍ່ລົງກວດສອບ ແລະ ໃຫ້ຄວາມເປັນທໍາດ້ວຍ
  4. ວອນສັງຄົມຊ່ວຍເປັນຫູເປັນຕານໍາກັນ ເພື່ອຄວາມເປັນທໍາທາງກັບເຈົ້າໜ້າທີ່ ແລະ ຜູ້ເສຍຊີວິດ

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *