Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສິ່ງຂອງ 7 ປະເພດທີ່ຫ້າມ ນຳຂີຶ້ນລົດໄຟເດັດຂາດ
ຜູ້ໂດຍສານທຸກທ່ານທີ່ຈະເດີນທາງຈາກ ສະຖານີລົດໄຟ ນະຄອນຫຼວງວຽງຈັນ ໄປຫາ ສະຖານີຕ່າງແຂວງ ແລະ ສະຖານີຕ່າງແຂວງ ທີ່ຈະເດີນທາງເຂົ້າມາສະຖານີນະຄອນຫຼວງວຽງຈັນຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ:
1) ຫ້າມຜູ້ໂດຍສານນຳອາວຸດເສິກ, ລູກປືນທຸກຊະນິດ ນຳເຂົ້າສະຖານີ, ຂະບວນລົດໄຟ ເຊັ່ນ: ປືນສັ້ນ, ປືນຍາວ, ປືນກິລາ ແລະ ປືນດັດແປງອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ (ຍົກເວັ້ນພະນັກງານລັດ, ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ, ຜູ້ທີ່ມີຂໍ້ຕົກລົງແຕ່ງຕັ້ງໄປວຽກທາງລາດຊະການຖືກຕ້ອງຕາມຂັ້ນຕອນຂອງກົດໝາຍເທົ່ານັ້ນ).
2) ຫ້າມຜູ້ໂດຍສານນຳທາດລະເບີດທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດລະເບີດ, ໝາກກະໂພກ, ສາຍ-ດອກໄມ້ໄຟລະເບີດ, ດິນລະເບີດ ແລະ ທາດແຕກອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂື້ນລົດໄຟຢ່າງເດັດຂາດ.
3) ຫ້າມຜູ້ໂດຍສານນຳທາດເຄມີທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດ ໄຮໂກເຈນ, ເມເທັນ, ເອເທັນ, ບູເຊັ່ນ, ເອທິລິນ, ໂປຣຟີລິນ, ແອຊີຕີລິນຄາບອນມາໂນຊາຍ, ແກັດນໍ້າມັນແຫຼວ,ຟຣອນ, ອົກຊີເຈນ ( ຍົກເວັ້ນທາງການແພດ) ນໍ້າມັນແອັດຊັງ, ນໍ້າມັນກະຊວນ ແລະ ທາດແຫຼວໄວໄຟທຸກປະເພດຫ້າມຜູ້ໂດຍສານນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ.
4) ຫ້າມຜູ້ໂດຍສານນຳຢາເສບຕິດທຸກປະເພດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟ ຢ່າງເດັດຂາດ ເຊັ່ນ: ເຮໂຣອິນ, ເອເຝດຕາມິນ(ຢາບ້າ), ຢາໄອສ໌, ຢາເຄ, ໂຄເຄນ, ກັນຊາຝິ່ນ ແລະ ຢາເສບຕິດອື່ນໆ.
5) ຫ້າມຜູ້ໂດຍສານນຳເອົາວັດຖຸປາຍແຫຼມ, ມີຄົມທຸກຊະນິດ ເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດເຊັ່ນ: ມີດ, ພ້າ, ຄັດເຕີ, ມີສະໄລ ແລະ ອື່ນໆ ທີ່ສາມາດເຮັດໃຫ້ຜູ້ອື່ນບາດເຈັບ ແລະ ເສຍຊີວິດ.
6) ຫ້າມຜູ້ໂດຍສານນຳສັດລ້ຽງ, ສັດປ່າມີຊິວິດ ແລະ ບໍ່ມີຊິວິດທຸກຊະນິດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ
7) ຫ້າມຜູ້ໂດຍສານນຳອາຫານທຸກຊະນິດທີ່ມີກິ່ນເໝັນ, ອາຫານທີ່ເປັນນໍ້າທີ່ຈະສ້າງຄວາມບໍ່ສະອາດ, ມີຜົນກະທົບທາງສິ່ງແວດລ້ອມ, ຕໍ່ຜູ້ໂດຍສານຢູ່ໃນສະຖານີ ແລະ ຂະບວນລົດ.