Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ມີການກວດພົບ ຫມູແຊ່ແຂງ ໂດຍເຈົ້າໜ້າທີ່ໄທ ຊອກຫາສາເຫດຂອງຫມູທີ່ສູນອອກຫາຍຈາກລະບົບການບໍລິໂພກໄດ້ແນວໃດ?.
ໂດຍສະເພາະຢູ່ແຂວງ ສົງຂາ ເຈົ້າໜ້າທີ່ກວດພົບວ່າ ມີຫ້ອງເຢັນຢູ່ເມືອງ ຈະນະ 3 ເດືອນຜ່ານມາໄດ້ຂົນສົ່ງໝູ ຈາກບໍລິສັດເອກກະຊົນທີ່ມີຊື່ສຽງ ໃນແຂວງ ພັດທະລຸງ ໄປຝາກທີ່ໂຮງເຢັນດັ່ງກ່າວຫຼາຍກວ່າ 2 ແສນ ກິໂລກຣາມ ເຈົ້າໜ້າທີ່ຈຶ່ງໄດ້ໃຊ້ອຳນາດ ຕາມກົດໝາຍເພຶ່ອເຂົ້າກວດກາ ແລະ ກໍພົບເຫັນຊີ້ນໝູແຊ່ແຂງຈຳນວນຫຼາຍ.

ຕາມການກວດກາເຫັນວ່າ ໃນໂຮງເຢັນດັ່ງກ່າວ ມີຊີ້ນໝູທີ່ຍັງເຫຼືອປະມານ 2 ແສນກວ່າກິໂລກຣາມ, ຫາຍໄປຈາກລະບົບສາງ ປະມານ 10 ໂຕນ.

ແລະ ໄດ້ອາຍັດໄວ້ກວດສອບທັງໝົດ ເພາະສົງໃສວ່າ ເປັນຫຍັງລາຄາຫມູແມ່ນດີສຸດຊ່ວງນີ້ ເປັນຫຍັງຈຶ່ງບໍ່ຂາຍ? ເປັນຫຍັງເຈົ້າຂອງຍັງຮັກສາມັນຢູ່?

ຂໍ້ມູນ ຈາກ ໄທພີບີເອັສ