Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ບົດຮຽນລາຄາແພງ! ອາວະສານເພງດັງ ລ່າສຸດຖືກສັ່ງລົບອອກຈາກລະບົບເປັນທີ່ຮຽບຮ້ອຍ
ທຸກມື້ນີ້ເຊື່ອເລີຍຫຼາຍຄົນບໍໝັ້ນໃຈໃນຫູໂຕເອງ ໂດຍສະເພາະພາຍຫຼັງຟັງເພງເນີນ xີ ຈະຕັ້ງຄຳຖາມກັບໂຕເອງມັນແມ່ນແທ້ບໍ ຫຼື ຫູຟາດໄປຈົນໄດ້ກັບມາຟັງອີກຄັ້ງກໍຍັງເປັນເນີນ hee ຢູ່ດີ ແຮແຮ
ໜ້າເຫັນໃຈ ນໍ້າຕາສາວນັກຮ້ອງ ເຮັດນາເດີບໍ່ໄດ້ເຮັດນົມ ຫຼັງຖືກສັງໃຫ້ລົບເພງອອກຈາກຊ່ອງ YouTube
ຕາອີດູຕົນ ນໍ້າຕາສາວນັກຮ້ອງ
ຊົມຄຼິບ

ຄວາມຈີງແລ້ວເພງນີ້ມ່ວນ ຜູ້ຮ້ອງສຽງກໍດີບັນຍາກາດບ້ານໆເບິ່ງແລ້ວສະບາຍຕາ ພຽງແຕ່ຄຳດຽວນັ້ນແລເປັນຂໍ້ກັງຂາຂອງບົດເພງທັ້ງບົດ ຈົນສຸດທ້າຍຕ້ອງກາຍເປັນເລື່ອງເປັນລາວດຣາມ້າເຖິງຄວາມບໍ່ເໝາະສົມ ຜູ້ໃຫຍ່ຕ້ອງສັ່ງກວດສອບຄືນເພງ-ລຳທັ້ງໝົດທັ້ງມວນ ເພື່ອຄວາມເປັນລະບຽບສວຍງາມຂອງຮີດຄອງປະເພນີລາວ.

ສ່ວນຕົວຜູ້ກ່ຽວເອງກໍ່ຖືກຮຽກເຂົ້າສຶກສາອົບຮົມ ໃນວັນທີ 18 ມັງກອນ 2022 ນີ້ ໂດຍຂະແໜງວັດທະນະທຳ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ນຳໂດຍ ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຜູ້ຊີ້ນຳວຽກງານວັດທະນະທຳ, ພ້ອມດ້ວຍ ທ່ານ ວິໄລ ແກ້ວປະເສີດ ຫົວໜ້າຂະແໜງວັດທະນະທຳ ພະແນກ ຖວທ ພ້ອມດ້ວຍຄະນະ, ໄດ້ຮຽກຕົວ ທ້າວ ພີມມະສອນ ພິລາຈັນ, ສັນຊາດ ລາວ, ອາຍຸ 31 ປີ, ຢູ່ບ້ານຊຽງແກ້ວ, ນະຄອນ ຫຼວງພະບາງ, ແຂວງຫຼວງພະບາງ

ເຊິ່ງເປັນຜູ້ປະດິດຄິດແຕ່ງບົດເພງ ທີ່ມີຊື່ວ່າ: ເຮັດນົມສາບໍ່ຕ້ອງເຮັດນາ ແລະ ເພງ ອະສຽບອະ ເຊິ່ງມີເນື້ອຫາລາມົກອະນາຈານ ບໍ່ສອດຄອງກັບວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ທັງບໍ່ໄດ້ຜ່ານການກວດກາ ແລະອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ

ຜ່ານການເກັບກຳຂໍ້ມູນ, ສຶກສາອົບຮົມ, ຕັກເຕືອນ ຜູ້ກ່ຽວກໍຍ້ອນຮັບຜິດວ່າ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະຄິດວ່າບົດເພງທີ່ປະດິດຂື້ນມາ ສ້າງຂື້ນເພື່ອຄວາມບັນເທີງເທົ່ານັ້ນ ຕໍ່ກັບບັນຫາດັ່ງກ່າວ ທາງຂະແໜງວັດທະນະທຳ ແລະຫ້ອງການ ຖວທ ນະຄອນ ຫຼວງພະບາງ ໄດ້ມີມາດຕະການ ໃຫ້ຜູ້ກ່ຽວລຶບເພງ ເຮັດນົມສາບໍ່ຕ້ອງເຮັດນາ ແລະເພງອະສຽບອະ ອອກຈາກສື່ອ່ອນລາຍ ທັງໝົດ ພາຍໃນ 24 ຊົ່ວໂມງ.
ພ້ອມນີ້ໃຫ້ເຮັດໜັງສືຂໍໂທດຕໍ່ສັງຄົມ, ແລະດຳເນີນການໄດ້ສຶກສາອົບຮົບຜູ້ກ່ຽວ ໃຫ້ຮູ້ເຖິງການກະທຳທີ່ລະເມີດຕໍ່ລະບຽບກົດໝາຍ ຄັ້ງທີ 01 ພ້ອມທັງເຮັດບົດບັນທຶກ ແລະຖ້າຜູ້ກ່ຽວຈະດຳເນີນທຸລະກິດດ້ານນີ້ ຕ້ອງໄດ້ປະກອບເອກະສານໃຫ້ຖືກຕ້ອງຕາມລະບຽບການ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍສິນລະປະການສະແດງ ແລະກົດໝາຍວ່າດ້ວຍສື່ມວນຊົນ ສະບັບປັບປຸງ ທີ່ກຳນົດໄວ້.
ຫຼ້າສຸດຜູ້ກ່ຽວຂ້ອງທີ່ປະດິດແຕ່ງບົດເພງດັ່ງກ່າວແມ່ນໄດ້ຂຽນໜັງສືຂໍໂທດຕໍ່ສັງຄົມແລ້ວ ທີ່ປະພັນບົດເພງບໍ່ເໝາະສົມຕາມຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງລາວເຮົາ ທັງບໍ່ໄດ້ກວດຜ່ານຈາກຂະແໜງການທີ່ກ່ຽວຂ້ອງ.
ເຊິ່ງເພິ່ນເອງຈະຂໍຮັບຜິດຊອບຕໍ່ການກະທຳຄັ້ງນີ້ຍ້ອນຄວາມຮູ້ເທົ້າບໍເຖິງການ ຈິ່ງເຮັດໃຫ້ເກີດສຽງວິພາກວິຈານຕ່າງໆນາໆ ແລະຂໍໃຫ້ສັງຄົມໃຫ້ໂອກາດ ແລະໃຫ້ອະໄພຖ້າຫາກຜິດພາດຄັ້ງໜ້າແມ່ນໃຫ້ລົງໂທດຕາມກົດໝາຍບ້ານເມືອງໄດ້.
ຜູ້ແຕ່ງເພງ ເຮັດນົມສາບໍ່ຕ້ອງເຮັດນາ ແລະເພງ ອະສຽບອະ ໄດ້ຂຽນຫນັງຂໍໂທດເຖິງການຈັດຕັ້ງພັກ-ລັດ ແລະສັງຄົມ ກ່ຽວກັບເນື້ອຫາເພງທີ່ມີເນື້ອໃນລາມົກອານາຈານ.