ຕະຫຼາດ Crypto ຍັງສືບຕໍ່ຫຼຸດລົງຢ່າງຕໍ່ເນຶ່ອງ, Bitcoin ຕຳ່ລົງກວ່າ 1.2 ລ້ານບາດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຕະຫຼາດ Crypto ຍັງສືບຕໍ່ຫຼຸດລົງຢ່າງຕໍ່ເນຶ່ອງ, Bitcoin ຕຳ່ລົງກວ່າ 1.2 ລ້ານບາດ.

ໃນ ຕອນເຊົ້ານີ້ ໄດ້ມີການເທຂາຍຢ່າງຮຸນແຮງໃນຕະຫຼາດ cryptocurrency ແລະ ຍັງສືບຕໍ່ຢ່າງຕໍ່ເນຶ່ອງ. ດັ່ງນັ້ນ, ມູນຄ່າຕະຫຼາດທັງຫມົດຂອງ crypto ໄດ້ຫຼຸດລົງຫຼາຍກ່ວາ 6 ພັນຕື້ບາດ.

ໂດຍລາຄາຂອງ bitcoin ໄດ້ ​ໄດ້​ຫຼຸດ​ລົງ​ຕຳ່ກວ່າ​ລະດັບ 36,000 ​ໂດ​ລາ, ​ໃນ​ຂະນະ​ນີ້ ອັດຕາ​ແລກປ່ຽນ​ຂອງ​ໄທ​ມີ​ມູນ​ຄ່າ​ຕຳ່​ກວ່າ 1.2 ລ້ານ​ບາດ.

ລາຄາຂອງ Ethereum ໄດ້ຫຼຸດລົງມາຢູ່ທີ່ $ 2,500 ຕໍ່ໂດລາ.ເມື່ອທຽບ​ກັບ​ຈຸດ​ສູງ​ສຸດ​ໃນ​ເດືອນ​ພະ​ຈິກຜ່ານມາ ເຫັນໄດ້ວ່າ​ລາຄາຂອງ bitcoin ໄດ້ຫຼຸດລົງແລ້ວປະມານ 47%.ແລະ Ethereum ແມ່ນແລ້ວຫຼຸດລົງປະມານ 49%.

ນີ້ແມ່ນຍ້ອນຄວາມກົດດັນຢ່າງຕໍ່ເນື່ອງຂອງຂ່າວກ່ຽວກັບການຫ້າມ crypto ຂອງທະນາຄານກາງລັດເຊຍ, ເຊັ່ນດຽວກັນກັບການເພີ່ມຂຶ້ນຂອງອັດຕາດອກເບ້ຍຂອງລັດຖະບານ. ເຮັດໃຫ້ເງິນໄຫຼອອກຈາກຊັບສິນທີ່ມີຄວາມສ່ຽງ ແລະສອດຄ່ອງກັບການຂາຍຫຼັກຊັບເຕັກໂນໂລຢີໃນອາທິດນີ້ເຊັ່ນດຽວກັນ.

ລາຄາ Cryptocurrency ມີການປ່ຽນແປງໃນໄລຍະ 24 ຊົ່ວໂມງທີ່ຜ່ານມາດັ່ງນີ້:

Bitcoin -9%

Ethereum -13%

BNB -16%

Cardano -13%

Solana -20%

XRP -11%

Terra -25%

ການຫຼຸດລົງຂອງຕະຫຼາດCrypto ໃນເວລານີ້. ເຮັດໃຫ້ ປະເທດ El Salvador, ເຊິ່ງໄດ້ຖື bitcoins ໄວ້ຫຼາຍ, ເຮັດໃຫ້ມີການສູນເສຍທາງບັນຊີຫຼາຍກ່ວາ 650 ລ້ານບາດ.

ລາຄາຫຸ້ນຂອງບໍລິສັດຖື bitcoin ທີ່ໃຫຍ່ທີ່ສຸດຂອງໂລກ, MicroStrategy. ໄດ້​ຫຼຸດ​ລົງ​ກ​່​ວາ​ 17% ໃນຄືນທີ່ຜ່ານມາ

ຂໍ້ມູນ ລົມທຶນແມນ

Related Posts

Leave a Reply

Your email address will not be published. Required fields are marked *