Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເກີດເຫດລ ະ ເ ບີ ດຢູ່ບໍ່ຄຳໃນການາ ເຮັດໃຫ້ມີຜູ້ເສຍຊີວິດ 17ຄົນ
ເກີດລະເບີດຢູ່ບໍ່ຄຳໃນການາ ເຮັດໃຫ້ມີຜູ້ເສຍຊີວິດ 17ຄົນ ຂປລ.ຕາມຂ່າວຈາກ ນະຄອນຫລວງ ອັກກລາ ຂອງປະເທດ ການາ,ເມື່ອບໍ່ດົນມານີ້,ລົດບັນທຸກ ລະເບີດ ສຳລັບ ເຮັດບໍ່ຄຳ ເກີດອຸບັດເຫດ ຕຳກັບລົດ ຈັກ ເຮັດໃຫ້ ເກີດລະເບີດ ຮຸນແຮງ ເປັນຂຸມ ຂະໜາດໃຫຍ່ ມີຜູ້ເສຍຊີວິດ ຢ່າງໜ້ອຍ 17ຄົນ,ບາດເຈັບ 59ຄົນ ແລະ ເຮືອນປະຊາຊົນ ໃກ້ຈຸດເກີດເຫດ ໄດ້ຮັບ ຄວາມເສຍຫາຍ

ປະມານ 500 ຫລັງ. ລົດບັນທຸກ ໄດ້ຂົນສົ່ງ ລະເບີດ ໄປສົ່ງບໍ່ຄຳ ເກີດອຸບັດເຫດ ໃນເຂດຊຸມຊົນ ອາປີອາເຕ(Apiate) ເຊິ່ງຢູ່ ລະຫວ່າງ ເມືອງໂບໂກໂຊ(Bogoso) ກັບເມືອງໂບວດີ (Bawdy)ທາງພາກໃຕ້ຂອງການາ.
ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ໄດ້ໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນເຫດການ ດັ່ງກ່າວແລ້ວ.ລົດບັນທຸກ ດັ່ງກ່າວ ເປັນຂອງບໍລິສັດ ຂົນສົ່ງ ແມັກແຊມ(Maxim)

ພວມບັນທຸກ ວັດຖຸ ລະເບີດ ໄປສົ່ງໃຫ້ ບໍ່ຄຳ ຊີຣາໂນ(Shirano) ຂອງບໍລິສັດ ຄີນຣໍສໂກລ ຄໍເປີເຣຊັນ (Kinross Gold Corporation) ແຫ່ງເມືອງ ໂທຣອນໂຕ(Toronto) ກາດານາ./.
ເກີດເຫດລ ະ ເ ບີ ດຢູ່ບໍ່ຄຳໃນການາ ເຮັດໃຫ້ມີຜູ້ເສຍຊີວິດ 17ຄົນ
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ