Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອີກແລ້ວ ! ຄົ ນລ າ ວຖື ກຈັ ບຢູ່ ໄ ທ
ຕຳຫລວດ-ທະຫານ(ໄທ) ຈັບຊາວລາວ 14 ຄົນ ພ້ອມກັບຄົນໄທ 2 ຄົນ ແລະ ລົດຍົນ 2 ຄັນ ຕ້ອງຈ່າຍຄ່ານາຍຫນ້າ 6,000 ບາດ ເພື່ອແລກເດີນທາງໄປກຣຸງເທບມະຫານະຄອນ. ເມື່ອເວລາ 21:00 ນາທີ ຂອງວັນທີ່ 21 ມັງກອນ 2022 ທີ່ຜ່ານມານີ້ ເຈົ້າຫນ້າທີ່ໄທ ຈັບຊາວລາວ 14 ຄົນ ພ້ອມກັບຊາວໄທເປັນຄົນຂັບລົດ 2 ຄົນ
ປະກອບດ້ວຍລົດຍົນກະບະຍີ່ຫໍ້ຟອດ 4 ປະຕູ ລຸ່ນເຣນເຈີ້ສີດຳ ຫມາຍເລກທະບຽນ 8 ກພ 1408 (8 กพ 1408)ກຣຸງເທບມະຫານະຄອນ ມີ ທ້າວວໍຣະພົນ ສົນນ້ອຍ(นาย วรพล สนธิ์น้อย) ອາຍຸ 42 ປີ ຫມູ່ບ້ານເລກທີ່ 45/1054 ແຂວງຫນອງເເຂມ ກຣຸງເທບມະຫານະຄອນ.

ພ້ອມກັບຜູ້ລັກລອບຫລົບຫນີເຂົ້າເມືອງແບບຜິດກດຫມາຍຊາວລາວ 7 ຄົນເປັນເພດຊາຍ 2 ຄົນ ຍິງ5 ຄົນ ແລະ ອີກລົດຄັນຫນຶ່ງ ລົດອະເນກປະສົງ ຍີ່ຫໍ້ໂຕໂຍຕ້າ ລຸ້ນເຟີຈູນເນີ້ ສີດຳ ຫມາຍເລກທະບຽນ 9 ກຄ 5568 (9 กฆ 5568) ກຣຸງເທບມະຫານະຄອນ
ທ້າວຄົມສັນ ສົມຣັກ (นายคมสันต์ สมรักษ์ ) ອາຍຸ 42 ປີ ບ້ານເລກທີ່ 42 ຫມູ່10 ຕຳບົນ ນ້ຳອ້ອມ ອຳເພີ ຄໍ້ວັງ ຈັງຫວັດ ຍະໂຍທອນ ເປັນຄົນຂັບລົດ ພ້ອມກັບຊາວລາວ 7 ຄົນເພດຊາຍ 4 ຄົນ ຍິງ 3 ຄົນ ລວມຈັບຊາວລາວ 14 ຄົນ ຄົນໄທ 2 ຄົນ .
ໂດຍຈັບກຸມໄດ້ທີ່ບໍລິເວນແຄມທາງສາຍເຂັມມະຣາດ-ອຳນາດຈະເລີນ ບໍລິເວນບ້ານດົງຫລວງ (ແຍກນາຮີ) ຕຳບົນ ເຂັມມະຣາດ ອຳເພີ ເຂັມມະຣາດ ຈັງຫວັດອຸບົນຣາດຊະທານີ ຊຶ່ງລົດທັງ 2 ຄັນພະຍາຍາມຂັບລົດຫລົບຫນີ ແຕ່ເຈົ້າຫນ້າທີ່ສາມາດຕິດຕາມຈັບກຸມເອົາໄວ້ໄດ້. ສຳລັບແຮງງານທັ້ງຫມົດໄດ້ນັ່ງເຮືອຫາງຍາວມາຈາກທ່ານ້ຳທ່າເດື່ອ ເມືອງສອງຄອນ ແຂວງສະຫວັນນະເຂດ ສປປ.ລາວ ແລະ ມາຂື້ນລົດທີ່ບໍລິເວນຫນ້າໂຮງຮຽນບ້ານອູບມຸງແກ້ງກ້ຽງ ຕຳບົນເຂັມມະຣາດ
ອຳເພີເຂັດມະຣາດ ຈັງຫວັດອຸບົນຣາດຊະທານີ. ຈາກການສອບຖາມລະບຸວ່າຈ່າຍຄ່ານາຍຫນ້າຂະບວນການຄ້າແຮງງານເຖື່ອນ ຄົນລະ 6,000 ບາດ ເພື່ອເດີນທາງໄປທຳງານທີ່ກຣຸງເທບມະຫານະຄອນ ເຈົ້າຫນ້າທີ່ແຈ້ງຂໍ້ຫາ “ເປັນບຸກຄົນຕ່າງດ້າວຫລົບຫນີເຂົ້າເມືອງໂດຍຜິດກົດຫມາຍ” ເຈົ້າຫນ້າທີ່ໄດ້ນຳຕົວຜູ້ຖືກຈັບ ສົ່ງໃຫ້ກັບພະນັກງານສອບສວນ ສະຖານີຕຳຫລວດເຂັມມະຣາດ ເພື່ອດຳເນີຍຄະດີຕາມກົດຫມາຍຕໍ່ໄປ.