Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
! ກອງພັນ 432 ຕີພິເສດ ທະຫານແຂວງວຽງຈັນ ສຳເລັດການຊ້ອມຮົບ.
ວັນທີ 16 ມັງກອນ 2022 ນີ້, ກອງພັນຕີພິເສດ 432 ທະ ຫານແຂວງວຽງຈັນ ໄດ້ສໍາເລັດການອົບຮົມ-ຫັດແອບຊ້ອມຮົບ ຢູ່ເທິງແຜນທີ່ ແລະ ພູມີປະເທດ ຕົວຈິງ 2 ຂັ້ນຝ່າຍດຽວຂັ້ນກອງ ຮ້ອຍຕີສັດຕູພັກທັບຊົ່ວຄາວ,
ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ມີ ຕາງໜ້າຈາກກົມ 49 ກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງ, ການນໍາແຂວງ, ເມືອງຫີນເຫີບ, ອຳນາດການປົກ ຄອງບ້ານອ້ອມຂ້າງເຂົ້າຮ່ວມຮັບຊົມ.
ການອົບຮົມ-ຫັດແອບຊ້ອມ ຮົບໃນຄັ້ງນີ້, ເພື່ອເປັນການບໍາ ລຸງຍົກລະດັບທາງດ້ານທິດສະ ດີ-ຫຼັກການບັນຊາກັບພາກປະ ຕິບັດຕົວຈິງ, ທັງເປັນການຍົກ ລະດັບຄວາມຮູ້ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິ ທີ, ວິຊາສະເພາະຂອງພະນັກ ງານ-ນັກຮົບໃຫ້ມີຄວາມຊຳນິ-ຊໍານານໃນການນໍາໃຊ້ອາວຸດຍຸດ ໂທປະກອນໃນເວລາເຄື່ອນໄຫວ ປະຕິບັດໜ້າທີ່ໃຫ້ມີຄວາມຄ່ອງ ແຄ້ວ,
ສາມາດຮັບປະກັນດັບສູນ ເປົ້າໝາຍໃຫ້ວ່ອງໄວທັນເວລາ ແລະ ຮັບປະກັນໃນການສູ້ຮົບ ດ້ວຍຄຸນນະພາບສູງ, ທັງເປັນ ການປັບປຸງກໍ່ສ້າງກຳລັງຂອງ ຕົນໃຫ້ມີຄວາມເຂັ້ມແຂງທາງ ດ້ານການທະຫານ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ປະຕິບັດລະບຽບວິໄນຂອງ ກອງທັບ ຢ່າງເຂັ້ມງວດ.
ຜ່ານ ການເຝິກແອບຕົວຈິງເຫັນວ່າສາ ມາດບັນລຸໄດ້ຕາມເປົ້າໝາຍທີ່ ວາງໄວ້ທຸກປະການ.