Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ງານເຂົ້າ! ລັດຖະບານກຳນົດໃຫ້ກະຊວງ ຖວທ ປັບປຸງພາລະບົດບາດຄືນໃໝ່
ກອງປະຊຸມລັດຖະບານສະໄໝສາມັນທີ່ຈັດຂຶ້ນໃນວັນທີ 20-21 ມັງກອນ 2022 ຜ່ານມານີ້, ໄດ້ກຳນົດວຽກຈຸດສຸມສຳລັບເດືອນກຸມພາ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ
ໃຫ້ເປັນຮູບປະທໍາຫລາຍຂຶ້ນເປັນຕົ້ນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການສົ່ງເສີມການຜະລິດ, ການແກ້ໄຂຄວາມຫຍຸ້ງ ຍາກໃນການດຳເນີນທຸລະກິດ, ການນໍາໃຊ້ລົດລັດ ແລະ ລົດທີ່ນໍາໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການຂຸດຄົ້ນແຮ່ທາດ, ການສົ່ງອອກສິນຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19.
ລັດຖະບານເຫັນວ່າ ຕ້ອງໄດ້ສືບຕໍ່ປະຕິບັດແນວທາງຕ່າງໆດັ່ງນີ້:
1. ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າທັງ ເພີ່ມຄວາມເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ເຮັດຢ່າງຈິງຈັງ.
2. ດ້ານເສດຖະກິດ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2022 ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການເປີດປະເທດເພື່ອຟື້ນຟູເສດຖະກິດໃນເງື່ອນໄຂຢູ່ກັບໂຄວິດ-19 ຢ່າງແຂງແຮງ ແລະ ໄດ້ຮັບຜົນດີກວ່າເກົ່າ
ລວມທັງເພີ່ມຄວາມເອົາໃຈໃສ່ແກ້ໄຂບັນຫາສິ່ງກີດຂວາງຕ່າງໆເພື່ອການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຫັນປ່ຽນແທ້ ແລະ ມີປະສິດທິຜົນສູງຂຶ້ນ, ເລັ່ງຈັດຕັ້ງປະຕິບັດບັນດາໂຄງການແຮ່ທາດ ແລະ ການເຮັດທົດລອງທຸລະກິດດີຈີຕອນທີ່ລັດຖະບານໄດ້ອະນຸຍາດໃຫ້ຄືບໜ້າ ແລະ ມີປະສິດທິຜົນ, ສ້າງຄວາມທັນສະໄໝໃນການຈັດເກັບລາຍຮັບພາສີ, ອາກອນ ແລະ ຄ່າບໍລິການຕ່າງໆຢູ່ບັນດາດ່ານສາກົນ, ສຸມໃສ່ປັບປຸງລັດວິສາຫະກິດ, ການດໍາເນີນກິດຈະການຫວຍພັດທະນາລາວ; ຜັນຂະຫຍາຍນະໂຍບາຍການນໍາໃຊ້ລົດໄຟຟ້າ, ເອົາໃຈໃສ່ສົ່ງເສີມການຜະລິດ, ການປຸງແຕ່ງ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວປິ່ນອ້ອມແລວທາງເສດຖະກິດລົດໄຟລາວ-ຈີນ ແລະ ເຂດອື່ນໆ
ໃຫ້ຮັບປະກັນປະລິມານ ແລະ ຄຸນນະພາບທັງໃຫ້ກາຍເປັນແລວເສດຖະກິດຂອງປະເທດເຮົາ, ເອົາໃຈໃສ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາໃຫ້ໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ການນໍາເຂົ້າ-ສົ່ງອອກສິນຄ້າຕາມລະບຽບກົດໝາຍຢ່າງເຂັ້ມງວດ, ແກ້ໄຂກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນໃນທົ່ວປະເທດໃຫ້ສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ, ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການຂົນສົ່ງສິນ ຄ້າ, ຍົກລະດັບເສັ້ນທາງເລກທີ 13 ເໜືອ, ສະໜາມບິນຫ້ວຍຊາຍແຂວງບໍ່ແກ້ວ, ສະໜາມບິນໜອງຄ້າງ ແລະ ໂຄງການອື່ນໆໃຫ້ສໍາເລັດຕາມແຜນການ.
3. ດ້ານວັດທະນະທໍາ-ສັງຄົມ ສືບຕໍ່ເປີດການຮຽນ, ການສອນທຸກຊັ້ນ, ທຸກສາຍໃນຫລາຍຮູບແບບ ແລະ ຫລາຍວິທີການ; ປະເມີນສະຖານການສຶກສາທີ່ທົດລອງຮຽນແບບເຊິ່ງໜ້າ ຢູ່ເຂດທີ່ຍັງລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະ ປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸທີ່ກະຊວງສາທາລະນະສຸກ ກຳນົດໄປສັກວັກຊີນ, ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແພ່ລະບາດພະຍາດໂຄວິດ-19 ແລະ ພະຍາດຕາມລະ ດູການ, ປັບປຸງການປະຕິບັດບົດບາດຂອງຂະແໜງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ເຂັ້ມແຂງກວ່າເກົ່າ.
4. ດ້ານການປົກຄອງ ແລະ ຍຸຕິທໍາ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດຢູ່ແຕ່ລະທ້ອງ ຖິ່ນໃນຮູບແບບຕ່າງໆໃຫ້ສອດຄ່ອງ, ຈັດຕັ້ງປະຕິບັດຄໍາຕັດສີນຂອງສານໃຫ້ສໍາເລັດຕາມແຜນການ, ຊຸກຍູ້ການປະຕິບັດວຽກງານ 3 ສ້າງຕິດພັນກັບການປະເມີນຂະບວນແຂ່ງຂັນຮັກຊາດພັດທະນາ ກໍຄືປະເມີນການປະຕິບັດໜ້າທີ່ຂອງລັດຖະບານ.
5. ດ້ານການຕ່າງປະເທດໃຫ້ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍວິເຄາະວິໄຈຢ່າງເລິກເຊິ່ງການຜັນແປທາງດ້ານການເມືອງ, ເສດຖະກິດ-ສັງ ຄົມ ແລະ ຜົນກະທົບທີ່ຈະມີຕໍ່ປະເທດເຮົາ ທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ, ຮັບປະກັນການກະກຽມຮອບດ້ານໃຫ້ແກ່ການຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ.