ແຈ້ງການ…!!! ຈາກ ກະຊວງປ້ອງກັນຄວາມສະຫງົບ ໃຫ້ພະນັກງານ ນາຍແລະພົນຕຳຫຼວດທົ່ວປະເທດ ເຂົ້າປະຈຳການ ພາວະປົກກະຕິ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ແຈ້ງການ…!!! ຈາກ ກະຊວງປ້ອງກັນຄວາມສະຫງົບ ໃຫ້ພະນັກງານ ນາຍແລະພົນຕຳຫຼວດທົ່ວປະເທດ ເຂົ້າປະຈຳການ ພາວະປົກກະຕິ

ແຈ້ງການ ເຖິງ: ຫ້ອງວ່າການກະຊວງ, ບັນດາກົມໃຫຍ່, ກົມ, ກອງບັນຊາການ ອ້າມຂ້າງກະຊວງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາກອງບັນຊາການ ປກສ ແຂວງ ໃນທົ່ວປະເທດ,

ເລື່ອງ: ທິດຊີ້ນໍາ ກ່ຽວກັບການເຂົ້າມາປະຈໍາການແກ້ໄຂວຽກງານປົກກະຕິ ຢູ່ແຕ່ລະກົມກອງ-ທ້ອງຖິ່ນໃນທົ່ວກໍາລັງປ້ອງກັນຄວາມສະຫງົບ.

– ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ່ 785/ປກສ, ລົງວັນທີ 22 ເມ ສາ 2011 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງ ພະຍາດ COVID-19 ຂອງກະຊວງປ້ອງກັນຄວາມສະຫງົບ.

– ອີງຕາມທິດຊີ້ນໍາ ຂອງຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຕໍ່ບົດລາຍງານຂໍທິດຊີ້ນໍາ ຂອງຫ້ອງວ່າການກະ ຊວງ ສະບັບເລກທີ 0010/ຫວກ, ລົງວັນທີ 12 ມັງກອນ 2022.

– ອີງຕາມພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່ ຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງທິດຊີ້ນໍາ ຂອງທ່ານຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ກ່ຽວກັບການເຂົ້າມາປະຈໍາການແກ້ໄຂວຽກງານປົກກະຕິ ຢູ່ແຕ່ລະກົມກອງ-ທ້ອງຖິ່ນ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ມາຍັງບັນດາທ່ານຊາບວ່າ:

ເຫັນດີໃຫ້ນາຍ ແລະ ພົນຕໍາຫຼວດ ຢູ່ບັນດາກົມກອງ, ທ້ອງຖິ່ນ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ເຂົ້າມາປະຈໍາການແກ້ໄຂວຽກງານຢູ່ຫ້ອງການຂອງຕົນ ເປັນປົກກະຕິຍົກເວັ້ນ ຜູ້ ທີ່ຕິດເຊື້ອ, ຜູ້ທີ່ຢູ່ໃນກຸ່ມສ່ຽງ (C1) ແມ່ນພັກປິ່ນປົວ ແລະ ຕິດຕາມອາການ

ສໍາລັບແມ່ຍິງຖືພາ, ແມ່ຍິງທີ່ຍັງຢູ່ໃນໄລຍະໃຫ້ນົມລູກ ແມ່ນນະໂຍບາຍໃຫ້ສືບຕໍ່ພັກຜູ້ທີ່ມີລູກນ້ອຍ ແມ່ນອະນຸຍາດໃຫ້ຜັດປ່ຽນກັນມາປະຈໍາການແກ້ໄຂວຽກ ງານໄດ້ ໃນຊ່ວງໄລຍະທີ່ໂຮງຮຽນອະນຸບານ, ລ້ຽງເດັກ ຍັງສືບຕໍ່ພັກ, ຖ້າມີວຽກຈໍາເປັນ ກໍ່ໃຫ້ປະສານສົມທົບ ແລະ ແກ້ ໄຂວຽກງານ ຜ່ານລະບົບອອນລາຍ”.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

Related Posts

Leave a Reply

Your email address will not be published. Required fields are marked *