Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລັດຖະບານ ເປີດໄຟຂຽວໃຫ້ ບໍລິສັດ ແວວນັນສ໌ ສຶກສາຄວາມເປັນໄປໄດ້ພັດທະນາ Block chain ຢູ່ ສປປ ລາວ.
ນັບວ່າເປັນຂ່າວດີສໍາລັບມວນຊົນຜູ້ທີ່ສົນໃຈກ່ຽວກັບການເຮັດທຸລະກໍາອອນລາຍຊັບສິນດິຈິຕອລ ຊຶ່ງກໍາລັງເປັນກະແສມາແຮງໃນຍຸກນີ້. ຫຼ້າສຸດ, ລັດຖະບານຕາງໜ້າໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ
ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ໃນການຮ່ວມມືສຶກສາຄວາມເປັນໄປໄດ້ໂຄງການພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ຫຼື ບລັອກເຊນ (Blockchain) ຢູ່ ສປປ ລາວ.
ທ່ານ ສີທາ ພົມມະຈິດ ຮອງປະທານບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ກ່າວບາງຕອນສໍາຄັນວ່າ:
ບໍລິສັດ ແວວນັນສ໌ ແມ່ນບໍລິສັດໃນເຄືອຂອງບໍລິສັດ ພູສີກຣຸບ ດໍາເນີນທຸລະກິດດ້ານ Fintech ຊຶ່ງມີເປົ້າ ໝາຍເປັນຜູ້ນໍາດ້ານເຕັກໂນໂລຊີຢູ່ໃນລາວ ແລະ ພາກພື້ນ.
ປັດຈຸບັນ, ບໍລິສັດພວກເຮົາພ້ອມແລ້ວທີ່ຈະພັດທະນາຮ່ວມກັນກັບພາກລັດໃນການສຶກສາ ແລະ ນໍາໃຊ້ລະບົບ ບລັອກເຊນ (Block chain) ເຂົ້າໃນການພັດທະນາຂະແໜງການ ຕ່າງຂອງລັດຖະບານ ດ້ວຍການຫັນຈາກລະບົບທໍາມະດາກ້າວສູ່ລະບົບດິຈິຕອລ ເຮັດໃຫ້ການບໍລິຫານມີປະສິດທິພາບຍິ່ງຂຶ້ນ
ເພື່ອຂັບເຄື່ອນລະບົບເສດຖະກິດມະຫາພາກໃຫ້ຂະຫຍາຍໂຕແບບກ້າວກະໂດດ, ມີຄວາມທັນສະໄໝ, ປອດໄພ, ໂປ່ງໃສ ແລະ ເຊື່ອມໂຍງກັບສາກົນໄດ້. ຄຽງຄູ່ກັນນັ້ນ, ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ຍັງຈະພັດທະນາອຸດສະຫະກໍາຫຼາຍຢ່າງ ເປັນຕົ້ນແມ່ນ: E-Finance, Digital ID, E-Resident, E-Health, E-School ແລະ ອື່ນໆ.
ໂອກາດນີ້, ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕອລ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ຕື່ມວ່າ: Block chain ຫຼື ເອີ້ນວ່າ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນທີ່ມີລັກສະນະພິເສດໃນການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກ
ສາມາດດຳເນີນການໄດ້ເອງຜ່ານລະບົບເຄື່ອຂ່າຍຄອມພິວເຕີແບບບໍ່ລວມສູນ (Decentralized) ເຮັດໃຫ້ເກີດມີທຸລະກຳຊັບສິນດີຈີຕອລຂຶ້ນມາຫຼວງຫຼາຍ ແລະ ຖືກນຳໃຊ້ຫຼາຍຮູບແບບໃນຫຼາຍອຸດສາຫະກຳ.
ຂະນະດຽວກັນ, ສປປ ລາວ ເຮົາກໍພວມປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງໃນຍຸກອຸດສາຫະກຳ 4.0 ດັ່ງກ່າວ ເພື່ອສ້າງໂອກາດໄດ້ດຳເນີນການສຶກສາ-ຄົ້ນຄວ້າພັດທະນາ ແລະ ບໍລິການດ້ານວິຊາການເຕັກນິກກ່ຽວກັບລະບົບເຕັກໂນໂລຊີ Block chain;
ຈຶ່ງມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Block chain) ຢູ່ ສປປ ລາວ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ.
ໂຄງການດັ່ງກ່າວຈະແນ່ໃສ່ພັດທະນາລະບົບຖານ (Platform), ຊອບແວຣ໌/ໂປຣແກຣມ ແລະ ແອັບພລິເຄຊັນ (Application) ເພື່ອຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການໃຫ້ແກ່ລັດຖະບານ ແລະ ສັງຄົມ ເພື່ອສະເໜີຂັ້ນເທິງພິຈາລະນາເຊັ່ນ:
- ລະບົບຢັ້ງຢືນຕົວຕົນທາງດິຈິຕອນ (Digital ID);
- ລະບົບຄຸ້ມຄອງຂໍ້ມູນທີ່ຢູ່ອາໃສແບບທັນສະໄໝ (E-Resident);
- ລະບົບການເງິນແບບທັນສະໄໝ (E-Finance);
- ລະບົບສາທາລະນະສຸກແບບທັນສະໄໝ (E-Health);
- ລະບົບໂຮງຮຽນແບບທັນສະໄໝ (E-School);
- ການບໍລິຫານລັດແບບທັນສະໄໝ (E-Government);
ການຮ່ວມມືໃນຄັ້ງນີ້ແມ່ນຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອລແຫ່ງຊາດຂອງລັດຖະບານໃຫ້ບັນລຸຕາມເປົ້າໝາຍ.
ພິທີດັ່ງກ່າວ, ຈັດຂຶ້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ເປັນການລົງນາມຮ່ວມກັນຂອງທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕອລ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສີທາ ພົມມະຈິດ, ຮອງປະທານບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສ.ຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມຄະນະການນຳຂັ້ນກະຊວງ, ກົມກອງອ້ອມຂ້າງ ແລະ ແຂກຖຶກເຊີນເຂົ້າຮ່ວມ.
ແຫຼ່ງຂໍ້ມູນ:
- ເສດຖະກິດ-ການຄ້າ
- Link: https://www.facebook.com/Laoedaily/posts/2015868235258720